Homeຂ່າວຕ່າງປະເທດຈີນສົ່ງກຳປັ່ນທະຫານໄປຈິບູຕິ ເພື່ອສ້າງຖານສະໜັບສະໜູນທາງທະຫານ ແຫ່ງທຳອິດຢູ່ຕ່າງປະເທດ

ຈີນສົ່ງກຳປັ່ນທະຫານໄປຈິບູຕິ ເພື່ອສ້າງຖານສະໜັບສະໜູນທາງທະຫານ ແຫ່ງທຳອິດຢູ່ຕ່າງປະເທດ

Published on

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 12 ກໍລະກົດນີ້ວ່າ ກຳປັ່ນບັນທຸກທະຫານຈີນ ໄດ້ເດີນທາງອອກສູ່ປະເທດຈິບູຕິ ໃນທະວີບອາຟຣິກາ ເພື່ອລິເລີ່ມແຜນການກໍ່ສ້າງຖານອຳນວຍຄວາມສະດວກທາງດ້ານການຂົນສົ່ງ ໃນການໝູນວຽນກຳປັ່ນສູ້ຮົບ ທີ່ເຂົ້າຮ່ວມພາລະກິດຮັກສາສັນຕິພາບ ແລະ ພາລະກິດດ້ານມະນຸດສະທຳ ຢູ່ນອກຊາຍຝັ່ງເຢແມນ ແລະ ໂຊມາລີ ຊຶ່ງຖືເປັນການກໍ່ສ້າງຖານປະຕິບັດການທາງທະຫານ ແຫ່ງທຳອິດຂອງຈີນຢູ່ຕ່າງປະເທດ.

ແຫລ່ງຂ່າວໄດ້ລາຍງານວ່າ ການຈັດຕັ້ງຖານສະໜັບສະໜູນແຫ່ງນີ້ ຖືເປັນການຕັດສິນໃຈຂອງສອງປະເທດ ຫລັງຈາກທີ່ມີການເຈລະຈາກັນ ຊຶ່ງສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຊົນຈາກທັງສອງຝ່າຍ.

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...