spot_img
Homeຂ່າວພາຍ​ໃນພັກ-ລັດຖືສຳຄັນການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ

ພັກ-ລັດຖືສຳຄັນການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ

Published on

ທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ຮອງປະທານ ​ແລະ ຜູ້ປະຈຳການຄະນະຊີ້ນຳລະດັບຊາດ ​ເພື່ອສະເຫລີມສະຫລອງ ປີມະຫາສາມັກຄີ ມິດຕະພາບລາວ-​ຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 10 ມິຖຸນາ 2017 ທີ່ນະຄອນຫລວງວຽງຈັນນີ້​ວ່າ: ພັກ-​ລັດຖະບານ ຖືສຳຄັນການພົວພັນແບບພິ​ເສດ ແລະ ຮ່ວມມື​​ຮ່ວມຮອບດ້ານ ລະຫວ່າງສອງຊາດລາວ-​ຫວຽດນາມ ​ເຊິ່ງແມ່ນການພົວພັນກົດແຫ່ງການຄົງຕົວ ​ແລະ ຂະຫຍາຍຕົວຂອງພາລະກິດປະຕິວັດທັງເປັນການພົວພັນທີ່ເປັນມູນເຊື້ອ ໃນແຕ່ລະໄລຍະຂອງການຕໍ່ສູ້ກູ້ຊາດ ກໍຄືການຮ່ວມມືຊ່ວຍເຫລືອເຊິ່ງກັນ ​ແລະ ກັນ ​ໃນພາລະກິດປົກປັກຮັກສາ ​ແລະ ສ້າງສາປະເທດຊາດ​ເຖິງປັດຈຸບັນ.

ການສະເຫລີມສະຫລອງ ສອງວັນປະວັດສາດ ຄົບຮອບ 55 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ​ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ​ແລະ ການຮ່ວມມື ລະຫວ່າງສອງຊາດ ລາວ-​ຫວຽດນາມ 2017 ນີ້, ​ເປັນການຫວນຄືນມູນເຊື້ອ ​ແລະ ຜົນສຳເລັດ ​ໃນການຈັດຕັ້ງຜັນຂະຫຍາຍວຽກງານຮອບດ້ານທັງເປັນການສຶກສາອົບຮົມພະນັກງານນັກຮົບ ​ແລະ ປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ​ໂດຍສະເພາະຄົນຮຸ່ນໜຸ່ມ ​ໃຫ້ມີຄວາມຮັບຮູເຂົ້າໃຈ ສືບຕໍ່ປົກປັກຮັກສາ ​ແລະ ຜັນຂະຫຍາຍມູນເຊື້ອ ອັນດີງາມໃຫ້ຍືນຍົງ ພ້ອມນີ້ ຍັງເປັນການຢືນຢັນ​​ໃຫ້ທົ່ວໂລກ ໄດ້ຮັບຮູ້ ​​ເຖິງວ່າສະພາບການຂອງໂລກ ຈະມີການຜັນແປໄປຢ່າງໄວວາ ຍາກທີ່ຈະຄາດເດົາໄດ້ ​ແຕ່ສາຍພົວພັນອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ​ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-​ຫວຽດນາມ ຍັງໝັ້ນຄົງຂະນົງແກ່ນ ​ແລະ ​ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ໂອກາດນີ້ທ່ານ ສະເຫລີໄຊ ກົມມະສິດ ຍັງໄດ້ຍົກໃຫ້ເຫັນ ຜົນສຳເລັດອັນເປັນພື້ນຖານ ​ແລະ ພົ້ນ​ເດັ່ນ ຕະຫລອດໄລຍະ 55 ປີຜ່ານມາ ​ໂດຍສະເພາະດ້ານການເມືອງ ​ແລະ ຄວາມໝັ້ນຄົງເສດຖະກິດການຄ້າ ​ແລະ ການລົງທຶນ ລວມທັງການພົວພັນຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ​ເຊິ່ງເຫັນວ່າມີຄວາມໃກ້ຊິດ ​ແລະ ມີປະສິດທິຜົນທີ່ສຸດຕະຫລອດມາ ​ໃນຖານະເປັນເສນາທິການ ໃຫ້ການນຳພັກ-​ລັດຂອງຕົນ ​ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄືການພົວພັນຮ່ວມມືສອງຝ່າຍ ໃນເວທີສາກົນ ​ແລະ ພາກພື້ນອື່ນໆ​, ສິ່ງສຳຄັນສອງກະຊວງຍັງໄດ້ບັນລຸຂໍ້ຕົກລົງຮ່ວມມືກັນ ໃນໄລຍະ 2014-2020.

 

ຮຽບຮຽງຂ່າວໂດຍຣາຊະວົງ, ພາບປະກອບຂ່າວໂດຍສອນຄຳ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...