spot_img
Homeຂ່າວຕ່າງປະເທດເຮືອບິນສາຍການບິນ "ໄຊນາອິສເທຣິນ" ຕົກຫຼຸມອາກາດໃນລະຫວ່າງການເດີນທາງ

ເຮືອບິນສາຍການບິນ “ໄຊນາອິສເທຣິນ” ຕົກຫຼຸມອາກາດໃນລະຫວ່າງການເດີນທາງ

Published on

ສື່ທ້ອງຖິ່ນຂອງຈີນລາຍງານເມື່ອວັນທີ 18 ມິຖຸນາ 2017 ວ່າ ເກີດເຫດເຮືອບິນຂອງສາຍການບິນ ໄຊນາອິສເທຣິນ ທ້ຽວບິນເອັມຍູ 774 ເດີນທາງຈາກປາຣີສ ປະເທດ ຝຣັ່ງ ໄປທີ່ເມືອງຄຸນໝິງ ປະເທດຈີນ ໄດ້ຕົກຫຼຸມອາກາດຂະໜາດໃຫຍ່ ສົ່ງໃຫ້ມີຜູ່ໄດ້ຮັບບາດເຈັບຢ່າງໜ້ອຍ 20 ຄົນ

ສຳນັກຂ່າວຊິນຫົວລາຍງານວ່າຫຼັງຈາກເກີດເຫດເຮືອບິນໄດ້ລົງຈອດຢ່າງປອດໄພທີ່ເມືອງຄຸນໝິງ ເມືອງຫຼວງຂອງມົນທົນຢູນນານ ແລະ ໃນຂະນະນີ້ໄດ້ນຳສົ່ງຜູ່ທີ່ໄດ້ຮັບບາດເຈັບສູ່ໂຮງໝໍເປັນທີ່ຮຽບຮ້ອຍແລ້ວ

ດ້ານສາຍການບິນ ໄຊນາອິສເທຣິນ ໄດ້ອອກຖະແຫຼງການລະບຸວ່າ ເຮືອບິນເຂົ້າສູ່ພາວະອາການແປປວນກະທັນຫັນ ແລະ ຜູ່ໂດຍສານບາງຄົນເທິງເຮືອບິນໄດ້ພົບກັບຄວາມບໍ່ສະບາຍ ຢ່າງໃດກໍ່ຕາມເຮືອບິນໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນຄຸນໝິງ ແລະ ໄດ້ມຮການຈັດການດ້ານການແພດຮຽບຮ້ອຍແລ້ວ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...