spot_img
Homeຂ່າວພາຍ​ໃນທຫລແລະພີເອັສ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວຂອງບໍລິສັດພີເອັສ

ທຫລແລະພີເອັສ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວຂອງບໍລິສັດພີເອັສ

Published on

ວັນທີ 14 ມິຖຸນາ 2017 ມື້ວານນີ້ ຢູ່ທີ່ອາຄານຕະຫຼາດຫຼັກຊັບລາວ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມີການປະຊຸມປຶກສາຫາລືຮ່ວມລະຫວ່າງ ທະນາຄານແຫ່ງ ສປປ ລາວ ກັບ ບໍລິສັດ ພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ກ່ຽວກັບການເຄື່ອນໄຫວຂອງບໍລິສັດພີເອັສ ໂດຍການເປັນປະທານຂອງທ່ານ ດຣ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ເຊິ່ງປະກອບມີບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກສ່ວນ ປກສ, ອຸດສາຫະກຳແລະການຄ້າ, ທ່ານນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດພີເອັສ ແລະຕົວແທນສະມາຊິກບໍລິສັດພີເອັສເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນ ໃຫ້ບໍລິສັດພີເອັສ ສົ່ງເສີມກະສິກຳແລະອຸດສາຫະກຳ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ລາຍງານສະພາບການເຄື່ອນໄຫວຂອງບໍລິສັດໃນໄລຍະທີ່ຜ່ານມາ, ຖານະການເງິນຂອງບໍລິສັດ (ສະຫຼຸບລາຍຮັບ, ລາຍຈ່າຍ, ຈຳນວນຊັບສິນທັງໝົດຂອງບໍລິສັດ, ໜີ້ສິນທີ່ຕ້ອງສົ່ງຄືນສະມາຊິກ, ບັນຊີເງິນຝາກ ທັງຢູ່ພາຍໃນແລະຕ່າງປະເທດ, ຈຳນວນສະມາຊິກ, ຈຳນວນເງິນທີ່ລະດົມຈາກສະມາຊິກ ແລະການນຳໃຊ້ເງິນທີ່ລະດົມຈາກສະມາຊິກ ແລະອື່ນໆ) ແລະວິທີແກ້ໄຂບັນຫາຂອງບໍລິສັດພີເອັສຕໍ່ກອງປະຊຸມ.

ຜ່ານການປຶກສາຫາລີແລະຄົ້ນຄວ້າໃນກອງປະຊຸມ ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ດັ່ງນີ້:

  1. ການດຳເນີນທຸລະກິດຂອງບໍລິສັດພີເອັສ ຍັງບໍ່ທັນສອດຄ່ອງຕາມວັດຖຸປະສົງທີ່ໄດ້ຮັບອະນຸຍາດ ເຊິ່ງ ບໍລິສັດພີເອັສຮັບຮູ້ ແລະຂໍປັບປຸງແກ້ໄຂ.
  2. ທາງບໍລິສັດພີເອັສສະເໜີປັບປຸງການດຳເນີນທຸລະກິດໃຫ້ສອດຄ່ອງກັບລະບຽບກົດໝາຍ.
  3. ບໍລິສັດພີເອັສ ຍິນດີສະໜອງຂໍ້ມູນຕ່າງໆ ໃຫ້ກັບທາງພາກລັດຕ້ອງການ ຖືກຕ້ອງຄົບຖ້ວນ ແລະເປັນຈິງ.
  4. ກ່ຽວກັບການປະຕິບັດແຈ້ງການເລກທີ 335/ທຫລ ທາງບໍລິສັດແມ່ນເຫັນດີປະຕິບັດຕາມແຈ້ງການຄື: ຜູ້ທີ່ຕ້ອງການຖອນແມ່ນສາມາດຖອນໄດ້. ສຳລັບຜູ້ທີ່ຕ້ອງການຢູ່ນຳບໍລິສັດຕໍ່ ແມ່ນຈະເຂົ້າເປັນຜູ້ຖືຫຸ້ນ ຫຼື ຕົວແທນ ໂດຍຕ້ອງສະເໜີຂໍອະນຸຍາດກັບຂະແໜງການທີ່ກ່ຽວຂ້ອງ. (ສຳລັບຜູ້ທີ່ຕ້ອງການຢູ່ຕໍ່ນຳບໍລິສັດ ກໍສາມາດເປັນຜູ້ຖືຫຸ້ນ ຫຼືຕົວແທນຈຳໜ່າຍ ແຕ່ບໍລິສັດຕ້ອງປ່ຽນແປງຮູບແບບໃຫ້ເໝາະສົມ ຕາມການອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ພາຍຫຼັງແກ້ໄຂບັນຫາຊຳລະໜີ້ສິນແລ້ວ.
  5. ໃຫ້ບໍລິສັດພີເອັສເປີດກອງປະຊຸມພາຍໃນ ລວມທັງສາຂາແລະແມ່ທີມ ເພື່ອແກ້ໄຂບັນຫາຕາມແຈ້ງການເລກທີ 335/ທຫລ ພ້ອມທັງໃຫ້ມີຄວາມສະຫງົບຮຽບຮ້ອຍ.

ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປແລະຈົບລົງໃນວັນດຽວກັນ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...