Homeຂ່າວພາຍ​ໃນຕົວເລກປະລິມານແຮ່ທາດສຳຄັນທີ່ຖືກຂຸດຄົ້ນໃນ ສປປ ລາວ

ຕົວເລກປະລິມານແຮ່ທາດສຳຄັນທີ່ຖືກຂຸດຄົ້ນໃນ ສປປ ລາວ

Published on

ອີງຕາມການລາຍງານຂອງກະຊວງແຜນການ ແລະ ການລົງທຶນ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໄດ້ສະຫຼຸບການເຄື່ອນໄຫວຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII ແຕ່ປີ 2011-2015 ໃນດ້ານບໍ່ແຮ່ມີຍອດລວມມູນຄ່າການຜະລິດ 66,746.83 ຕື້ກີບ ຂະຫຍາຍຕົວສະເລ່ຍ 6.97%/ປີທຽບໃສ່ແຜນ 5 ປີຄັ້ງທີ VI (2006-2010) 184.18% ໃນນັ້ນສາມາດຜະລິດໄດ້

  • ທອງແຜ່ນ 427,329 ໂຕນ
  • ແຮ່ຄຳປະສົມເງິນ 58.59 ໂຕນ
  • ຖ່ານຫີນລິກໃນ 1.60 ລ້ານໂຕນ
  • ຖ່ານຫີນແອນຕຣາໄຊ 876,704 ໂຕນ
  • ຝຸ່ນທອງ 1.53 ລ້ານໂຕນ
  • ຫີນກາວ 3.93 ລ້ານໂຕນ ແລະ ແຮ່ທາດອື່ນໆກໍ່ມີຈັງຫວະການຂະຫຍາຍຕົວເພີ່ມຂຶ້ນ

ລວມມູນຄ່າການສົ່ງອອກຜະລິດຕະພັນແຮ່ທາດໄດ້ຫຼາຍກວ່າ 8 ຕື້ໂດລາ ກວມເອົາ 60%ຂອງມູນຄ່າການສົ່ງອອກລວມຂອງປະເທດ.

 

ແຫລ່ງຂ່າວ: ອິດສະຫຼະ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...