spot_img
Homeນານາສາລະ8 ວິທີປ້ອງກັນຫົວລ້ານກ່ອນໄວ

8 ວິທີປ້ອງກັນຫົວລ້ານກ່ອນໄວ

Published on

ສະເໜ່ຂອງຄົນສ່ວນໜຶ່ງມາຈາກເສັ້ນຜົມ ແລະ ກໍ່ຄົງບໍ່ມີໃຜທີ່ຢາກກາຍເປັນຄົນຫົວລ້ານ, ຜົມບາງ ເພາະເມື່ອໃດທີ່ທ່ານຫົວລ້ານກໍ່ຈະໝົດຄວາມໝັ້ນໃຈໄປສ່ວນໜຶ່ງແລ້ວ ໂດຍສະເພາະໄວໜຸ່ມສາວ ຫາໄວກາງຄົນ ເລື່ອງຜົມມັນເປັນເລື່ອງສຳຄັນ ໃນຄໍລຳສາລະໜ້າຮູ້ ມື້ນີ້ແອັດເລີຍມີ 8 ວິທີປ້ອງກັນຫົວລ້ານກ່ອນໄວ ມາຝາກເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານພ້ອມກັນເລີຍ.

  1. ບໍ່ຄວນສະຜົມທຸກມື້ ເນື່ອງຈາກຜົມຈະບໍ່ມີເວລາສ້າງນ້ຳມັນ ຄວນສະຜົມອາທິດລະ 2-3 ມື້
  2. ການສະຜົມແຕ່ລະເທື່ອຄວນໃຊ້ຄຣີມນວດຜົມ ເພື່ອໃຫ້ຄືນຄວາມຊຸ່ມຊື່ນແກ່ເສັ້ນຜົມ ແລະ ໜັງຫົວ
  3. ງົດໃຊ້ຄວາມຮ້ອນກັບຜົມຖ້າບໍ່ຈຳເປັນ ເພາະຄວາມຮ້ອນຈະເຮັດໃຫ້ເສັ້ນຜົມແຫ້ງເສຍ ແລະ ຂາດງ່າຍ
  4. ກິນອາຫານຄົບ 5 ໝູ່ ແລະ ຄວນກິນວິຕາມິນບີ, ວິຕາມິນດີ, ໂອເມກ້າ, ທາດເຫຼັກ ແລະ ທາດສັງກະສີ ສຳລັບການກິນອາຫານເສີມປະເພດວິຕາມິນກໍ່ຄວນກິນໃນປະລິມານທີ່ພໍດີ
  5. ພະຍາຍາມຢ່າຄິດຫຼາຍເພາະຈະເຮັດໃຫ້ເສັ້ນຜົມຂອງທ່ານຢຸດການເຕີບໃຫຍ່ ແລະ ລົ່ນອອກງ່າຍ
  6. ຢ່າປ່ຽນສີຜົມເລື່ອຍໆ ເພາະເຄມີໃນສີນ້ຳຍ້ອມຜົມນັ້ນຈະເຮັດໃຫ້ຜົມແຫ້ງເສຍ ແລະ ຍັງສົ່ງຜົນຂ້າງຄຽງຕໍ່ໜັງຫົວຂອງທ່ານພ້ອມ
  7. ສຳລັບແມ່ຍິງນັ້ນການຈັດແຕ່ງຊົງຜົມແມ່ນໃຫ້ຢູ່ໃນຄວາມພໍເໝາະບໍ່ຄວນມັດຫຼືເກົ້າຜົມແໜ້ນຕົນເກີນໄປ ເພາະຈະເຮັດໃຫ້ໜັງຫົວເຄັ່ງ ສາເຫດທີ່ເຮັດໃຫ້ຮູຂຸມຂົນ ແລະ ຮາກຜົມອ່ອນແອ
  8. ຫຼຸດຜ່ອນການສູບຢາ ຫຼື ເລີກສູບຢາໄປເລີຍຜົນການວິໄຈບອກວ່າ ສານນິໂຄຕິນ ແລະ ສານຄາຣບອນມອນອົກໄຊດ໌ ທີ່ປະສົມຢູ່ໃນຢາສູບມີສວນເຮັດໃຫ້ຮູຂຸມຂົນເສື່ອມສະພາບ ເຊິ່ງເປັນສາເຫດທີ່ເຮັດໃຫ້ເສັ້ນຜົມຈະເລີນເຕີບໃຫຍ່ບໍເຕັມທີ່ ແລະ ຂາດລົ່ນໄດ້ງ່າຍ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...