spot_img
HomeBaby-ແມ່ແລະເດັກຜ່າຕັດເກີດລູກຕ້ອງໃຊ້ເວລາດົນປານໃດຈິ່ງຈະສາມາດເຮັດວຽກໜັກໄດ້

ຜ່າຕັດເກີດລູກຕ້ອງໃຊ້ເວລາດົນປານໃດຈິ່ງຈະສາມາດເຮັດວຽກໜັກໄດ້

Published on

ແມ່ທີ່ເກີດລູກຫົວສາວບໍ່ເຄີຍຜ່ານປະສົບການມາກ່ອນ ແລະ ຍັງເປັນການເກີດດ້ວຍວິທີຜ່າຕັດ ອາດເກີດຄວາມກັງວົນ ແລະ ສົງໃສກ່ຽວກັບໄລຍະເວລາພັກຝື້ນ ແລະ ອາດສົງໃສວ່າຫຼັງຈາກຜ່າຕັດເກີດລູກແລ້ວຕ້ອງໃຊ້ເວລາດົນພຽງໃດຈິ່ງຈະສາມາດກັບມາເຮັດວຽກໜັກໄດ້ຕາມປົກກະຕິ ໃນຄໍລຳ ແມ່ ແລະ ລູກມື້ນີ້ແອັດມີຄຳຕອບກ່ຽວກັບເລື່ອງພວກນີ້ມາຝາກ

ຫຼັງຈາກຜ່າຕັດເກີດລູກໄດ້ 1 ເດືອນ ທັງບາດແຜ ແລະ ມົດລູກຈະເລີ່ມກັບເຂົ້າທີ່ ແລະ ແຂງແຮງຫຼາຍຂຶ້ນ ໂດຍທ່ສາມາດອອກກຳລັງກາຍ ຫຼື ເຮັດກາຍະບໍລິຫານເພື່ອໃຫ້ຮ່າງກາຍຟືນຟູສະພາບໃຫ້ກັບມາເປັນປົກກະຕິໃຫ້ໄວທີ່ສຸດໄດ້ ໂດຍບໍລິຫານຮ່າງກາຍຢ່າງໜ້ອຍມື້ລະ 15 ນາທີ ຈາກນັ້ນໃຊ້ເວລາປະມານ 6 ອາທິດ ຮອຍແຜຈາກການຜ່າຕັດເກີດລູກກໍ່ຈະຫາຍດີເປັນປົກກະຕິ ແລະ ໃຊ້ເວລາອີກ 12 ອາທິດ ຫຼື ປະມານ 3 ເດືອນ ທ່ານຈິ່ງສາມາດເລີ່ມເຮັດວຽກຍົກຂອງໜັກໄດ້ຕາມປົກກະຕິໄດ້

ເຖິງແມ່ນວ່າຮອບແຜ່ຜ່າຕັດຂອງທ່ານຈະຫາຍດີແລ້ວ ແລະ ສາມາດເຮັດກິດຈະກຳປະຈຳວັນໄດ້ແລ້ວ ແຕ່ເຖິງແນວໃດກໍ່ຕາມກໍ່ຢ່າລືມດູແລສຸຂະພາບຂອງຕົວເອງໃຫ້ແຂງແຮງຢູ່ສະເໝີ ເພື່ອກຽມພ້ອມກັບການລ້ຽງລູກນ້ອຍ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...