ຈີນເລັ່ງໃຫ້ສະຫະລັດເປີດການເຈລະຈາກັບເກົາຫຼີເໜືອ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 23 ພຶດສະພາ ວ່າ ຈີອີ້ ເອກອັກຄະຣາຊາທູດຈີນປະຈຳສະຫະປະຊາຊາດ (ຢູເອັນ) ກ່າວເມື່ອວັນອັງຄານວ່າ ແນວທາງປະຕິບັດອັນເໝາະສົມທີ່ສຸດເຊິ່ງຈະຊ່ວຍຜ່ອນຄາຍບັນຍາກາດເຄັ່ງຕຶງທີ່ແຫຼມມະຫາສະໝຸດເກົາຫຼີ ຄືການເຈລະຈາບໍ່ແມ່ນການເດີນໜ້າພັກດັນໃຫ້ໃຊ້ມາດຕະການຂວ້ຳບາດ ແລະ ສະພາບເຫດການໃນຕອນນີ້ຄືສັນຍານບົ່ງບອກຢ່າງຊັດເຈນທີ່ສຸດແລ້ວວ່າ ການເຈລະຈາຈຳເປັນຕ້ອງເກີດຂຶ້ນ “ຕອນນີ້” ໂດຍບໍ່ມີເຫດຜົນຕ້ອງເລື່ອນເວລາອີກ ແລະ ຈີນຍັງຄົງເຊື່ອໝັ້ນວ່າການຮ່ວມມືຈາກທຸກຝ່າຍທີ່ກ່ຽວຂ້ອງຈະສາມາດຮື້ຟື້ນການເຈລະຈາຂຶ້ນມາໄດ້ອີກຄັ້ງ

ວິດີໂອຈາກ:​ ARIRANG NEWS