Home​ຂ່າວບັນເທິງມິສ​ມຽນ​ມາ ອິນ​ເຕີ​ເນ​ຊັ່ນ​ແນວ 2014

ມິສ​ມຽນ​ມາ ອິນ​ເຕີ​ເນ​ຊັ່ນ​ແນວ 2014

Published on

IMG_4 10 9 8 7 6 5 4 2 1 IMG_3

ເມື່ອ​ວັນທີ່ 18 ສິງ​ຫາ 2014ເວັບ​ໄຊ ມຽນ​ມາ ​ເຊ​ເລບ​ລິຕີ້ເປີດເຜີຍ​ໂສມ​ສາວ​ງາມ​ຜູ້​ຄອງ​ມຸງ​ກຸດ​ມິດ​ມຽນ​ມາ ອິນ​ເຕີເນ​ຊັ່ນ​ແນວ 2014 ງາມ​ບໍ່​ແພ້​ສາວ​ງາມ​ຊາດ​ໃດ​ໃນ​ໂລກ​ ສາວ​ງາມ ຄົນ​ນີ້​ນາງ​ມີ​ຊື່​ວ່າ ຂິນ ໄວພຽວ ຮານ (Khin Wai Phyo Han) ໝາຍ​ເລກ 16 ຄວ້າມຸງກຸດ ມິດ​ມຽນ​ມາອິນ​ເຕີ​ເນ​ຊັ່ນ​ແນວ 2014 (Miss Myanmar International 2014) ມາ​ຄອງ​ໄດ້​ສຳ​ເລັດ ເມື່ອ​ຄ່ຳ​ວັນທີ່ 17 ສິງ​ຫາ ທີ່​ຜ່ານມາທີ່​ຫ້ອງປະ​ຊຸມ​ແຫ່ງ​ຊາດ​ກຸງ ​ຍ້າງ​ກຸ້ງ ຊຶ່ງ​ນາງ​ຈະ​ຕ້ອງ​ກຽມ​ຕົວ​ເຂົ້າ​ປະ​ຊັນ​ຄວາມ​ງາມ​ກັບ​ສາວ​ງາມ​ຈາກ​ຊາດ​ອື່ນໆເທິງ​ເວ​ທີ​ມິດ​ອິນ​ເຕີ​ເນ​ຊັ່ນ​ແນນ 2014 ໃນ​ວັນທີ່ 11 ພະຈິກ​​ທີ່​ກຸງ​ໂຕ​ກຽວ ປະເທດ​ຍີ່​ປຸ່ນ
ນອກ​ຈາກ​ຕຳ​ແໜ່ງ​ມິດ​ມຽນ​ມາ International 201 4 ແລ້ວເທິງ​ເວ​ທີ​ຍັງມີ​ການ​ມອບ​ລາງ​ວັນ​ໃຫ້​ກັບ​ຮອງ​ນາງ​ງາມ ແລະ​ນາງ​ງາມ​ສາ​ຂາ​ຕ່າງໆ ດັ່ງ​ນີ້:
– ຮອງ​ອັນ​ດັບ 1 ມິດ​ມຽນ​ມາ International 2014 ໄດ້​ແກ່ ເມ ບາ​ລາ​ນີ ເທີ (ໝາຍ​ເລກ 18)
– ຮອງ​ອັນ​ດັບ 2 ມິດ​ມຽນ​ມາ International 2014ໄດ້​ແກ່ ທາ​ດາ ມາ​ລາຍ (ໝາຍ​ເລກ 12)

– ນາງ​ງາມ​ຜູ້​ມີ​ຄວາມ​ສາມາດ​ພິ​ເສດ ໄດ້​ແກ່ ທຽນ ຮານ ເທີ (ໝາຍ​ເລກ 15)

– ນາງງາມຂວັນ​ໃຈ​ຊ່າງ​ພາບ ໄດ້​ແກ່ ເມ ບາ​ລາ​ນີ ເທ (ໝາຍ​ເລກ 18)
– ນາງ​ງາມ​ງາມ​ສຸກຂະພາບດີ ໄດ້​ແກ່ ໄອ ນູ ໄວ (ໝາຍ​ເລກ 5)

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...