spot_img
Homeຂ່າວການສຶກສາ"ດາວສະຫວັນ ເຫງົ້າພາສີ" ນັກຮຽນເກັ່ງລະດັບຊາດ

“ດາວສະຫວັນ ເຫງົ້າພາສີ” ນັກຮຽນເກັ່ງລະດັບຊາດ

Published on

ນາງ ດາວສະຫວັນ ເຫງົ້າພາສີ ນັກຮຽນ ມ 4 ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ປາດຖະໜາ, ສາມາດສອບເສັງໄດ້ອັນດັບທີ 1 ທົ່ວປະເທດ ວິຊາເຄມີສາດ ຊັ້ນ ມັດທະຍົມຕົ້ນ ໃນບັ້ນສອບເສັງຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ.

ນາງ ດາວສະຫວັນ ເປີດເຜີຍເຄັດລັບການຮຽນເກັ່ງວ່າ: ຕົນເອງ ເປັນຄົນມີພິກໄຫວອ່າວຊ້າ ຈຶ່ງຕ້ອງຝຶກຝົນ ແລະ ພະຍາຍາມໜັກກວ່າຄົນອື່ນໆ, ມັກຮຽນດ້ານທິດສະດີ ແລ້ວຈຶ່ງລົງມືແກ້, ສົມທຽບບັນດາທິດສະດີທີ່ອາຈານສອນໃນໂຮງຮຽນ ແລະ ທິດສະດີທີ່ຕົນເອງອ່ານຢູ່ຂ້າງນອກ. ຕໍ່ການສອບເສັງ ຈະທຳຄວາມເຂົ້າໃຈຕໍ່ຫົວຂໍ້ວິຊາຄິດໄລ່ ຈົນເຂົ້າໃຈແຈ້ງ ແລ້ວຈຶ່ງຕອບ.

ນອກຈາກໂຮງຮຽນຈັດສອນເພີ່ມໃຫ້ແລ້ວ, ນັກຮຽນເກັ່ງຜູ້ນີ້ ຍັງຊອກຮ່ຳຮຽນເພີ່ມຕື່ມອີກ. ຂະນະທີ່ ຜູ້ປົກຄອງ ກໍໄດ້ໃຫ້ກຳລັງໃຈ ແລະ ສົ່ງເສີມຢ່າງເຕັມທີ່.

ພາຍຫລັງສອບເສັງໄດ້ນັກຮຽນເກັ່ງລະດັບປະເທດ, ນາງ ດາວສະຫວັນ ກໍໄດ້ຮັບສິດທິພິເສດຫລາຍຢ່າງ ເປັນຕົ້ນ ຮຽນໂດຍບໍ່ເສຍຄ່າ, ໄດ້ເດີນທາງໄປທ່ຽວຕ່າງປະເທດ ແລະ ໄດ້ຮັບເງິນອຸດໜູນຈຳນວນໜຶ່ງ.

 

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...