spot_img
Homeຂ່າວພາຍ​ໃນ"ສອນໄຊ" ນັກກິລາເທຄວັນໂດທີມຊາດລາວ ລົງແຂ່ງໃນງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ມາເລເຊຍ

“ສອນໄຊ” ນັກກິລາເທຄວັນໂດທີມຊາດລາວ ລົງແຂ່ງໃນງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ມາເລເຊຍ

Published on

ທ້າວ ສອນໄຊ ມັງເຄືອ ນັກກິລາເທຄວັນໂດທີມຊາດລາວ ຕັ້ງຄວາມຫວັງຍາດໃຫ້ໄດ້ຫຼຽນຄໍາ ໃນງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 19-31 ສິງຫາ 2017 ເພື່ອມອບເປັນຄວາມສຸກໃຫ້ແກ່ຄົນລາວ.

ທ້າວ ສອນໄຊ ມັງເຄືອ ໜຸ່ມນັກກິລາເທຄວັນໂດທີມຊາດລາວ ໃຫ້ສຳພາດຕໍ່ທີມຂ່າວໜັງສືພິມ ສຶກສາ ແລະ ກິລາ ລາຍວັນ ໃຫ້ຊາບວ່າ: ຈາກປະສົບການທີ່ເຄີຍຄວ້າຫຼຽນຄຳ ໃນການແຂ່ງຂັນງານ ມະຫາກຳກິລາຊີເກມ ຄັ້ງທີ 26 ທີ່ປະເທດອິນໂດເນເຊຍ ເມື່ອປີ 2011 ແລະ ງານມະຫາກຳກິລາມະຫາ ວິທະຍາໄລ ອາຊຽນ ປີ 2012 ແລະ ລາງວັນຕ່າງໆ ໃນການເຂົ້າຮ່ວມແຂ່ງຂັນຊີງ ແຊັມນາໆຊາດ ຜ່ານໆ ມາ ໄດ້ສ້າງປະສົບການຢ່າງຫຼວງຫຼາຍ.

“ ໃນປັດຈຸບັນໄດ້ເກັບຕົວເຝິກຊ້ອມຢ່າງເປັນປົກະຕິທີ່ສູນບູຢອງ ວິທະຍາເຂດດົງໂດກ ນະຄອນຫຼວງ ວຽງຈັນ ເຊິ່ງເຮັດໃຫ້ນ້ອງໄດ້ມີນໍ້າໜັກຕາມ ຄວາມຕ້ອງການທີ່ຈະເຂົ້າຮ່ວມແຂ່ງຂັນງານ ດັ່ງກ່າວ 74 ກິໂລກຣາມ ພ້ອມທັງມີຄວາມພ້ອມ, ມີກຳລັງໃຈ ແລະ ມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ໃນການ ເຂົ້າຮ່ວມ ງານກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຕ້ອງມີຫຼຽນໃດໜຶ່ງຕິດມືຢ່າງແນ່ນອນ ໂດຍ  ສະເພາະຄວາມຫວັງຢາກໄດ້ຫຼຽນຄຳ ເພື່ອມອບເປັນຄວາມສຸກໃຫ້ແກ່ປະຊາຊົນຊາວລາວ ກໍ່ຄື ເປັນລາງ ວັນແຫ່ງກຽດຕິຍົດໃຫ້ແກ່ປະເທດຊາດ ແລະ ຄອບຄົວ ” ສອນໄຊ ກ່າວ.

ສຳລັບປະຫວັດຂອງ ທ້າວ ສອນໄຊ ມັງເຄືອ ປັດຈຸບັນອາຍຸ 23 ປີ ໄດ້ຕິດທືມຊາດມາແຕ່ປີ 2010 ຄວ້າ ໄດ້ຫຼຽນເງິນ ໃນການແຂ່ງຂັນຊີງແຊມ ອາຊຽນ ລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ປະເທດກຳປູເຈຍ, ຄວ້າ ຫຼຽນຄຳ ໃນການແຂ່ງຂັນກິລາຊີເກມ ຄັ້ງທີ 26 ໃນລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ປະເທດອິນໂດເນເຊຍ, ຄວ້າຫຼຽນຄຳ ໃນການແຂ່ງຂັນກິລາມະຫາວິທະຍາໄລ ອາຊຽນ 2012 ລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ຄວ້າຫຼຽນເງິນ ໃນການແຂ່ງຂັນຊິງແຊມອາຊຽນ ປີ 2013 ລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ປະເທດມຽນມາ, ຄວ້າຫຼຽນທອງ ໃນການແຂ່ງຂັນຊິງແຊມອາຊຽນ ປີ 2015 ລຸ້ນ ນໍ້າໜັກ 74 ກິໂລກຣາມ ທີ່ ສສ ຫວຽດນາມ ແລະ ຫຼ້າສຸດຄວ້າຫຼຽນຄຳ ໃນການແຂ່ງຂັນ ເທຄວັນໂດ ຊີງແຊມ ອາຊຽນ ຄັ້ງທີ 13 ທີ່ແຂວງປິນັງ ປະເທດມາເລເຊຍ ຫຼື  ASEAN TAEKWONDO CHAMPIONSHIP ລະຫວ່າງວັນທີ 21-25 ມີນາ ຜ່ານມາ.

ຂໍ້ມູນຈາກ: ໜັງສືພິມສຶກສາ-ກີລາ
ຮູບຈາກ: Sonexay Tkd
ທີ່ມາຈາກ: laosupdate

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...