spot_img
Homeຂ່າວການພັດທະນາບໍ່ແກ້ວ ເລີ່ມຂະຫຍາຍເສັ້ນທາງ 4 ເລນແລ້ວ

ບໍ່ແກ້ວ ເລີ່ມຂະຫຍາຍເສັ້ນທາງ 4 ເລນແລ້ວ

Published on

ຕາມການລາຍງານຂອງ ທ່ານ ສົມບູນ ເກີດກອງ ຮອງຫົວໜ້າພະແນກທິການ ແລະ ຂົນສົງ ແຂວງບໍ່ແກ້ວ ໃນວັນທີ 3 ພຶດສະພາ 2017 ທີ່ຜ່ານມາໃຫ້ຮູວ່າ: ໂຄງການຂະຫຍາຍ ເສັ້ນທາງ 4 ເລນຈາລະຈອນ ແມ່ນມີຄວາມຍາວ 2,425 ແມັດ, ຄວາມກວ້າງທັງສອງເບື້ອງລະ 10,30 ແມັດ, ໜ້າທາງກວ້າງ 8,80 ແມັດ ທາງຢາງ 1,50 ແມັດ, ລວມມູນຄ່າການ ກໍ່ສ້າທັງໝົດ 58 ຕື້ກວ່າກີບ. ຄາດວ່າຈະສຳເລັດ ການກໍ່ສ້າງໃນຕົ້ນ ເດືອນມັງກອນ 2019. ພາຍຫລັງກໍ່ສ້າງສຳເລັດແລ້ວ ເສັ້ນທາງດັ່ງກ່າວ ຈະເອື້ອອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນໄປມາ ຂອງພໍ່ແມ່ປະຊາຊົນ ກໍຄື ການຂົນສົ່ງສິນຄ້າ ລະຫວ່າງ ພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ໂຄງການກໍ່ສ້າງຂະຫຍາຍເສັ້ນທາງ ຈາກ 2 ​ເລນ ມາເປັນ 4 ເລນ ແຕ່ຫໍຫລັກເມືອງ ຫາ ສາມແຍກທາງຂຶ້ນ ສະໜາມບິນຫ້ວຍຊາຍ ມີຄວາມຄືບໜ້າ 14,76%ຫລັງຈາກ ໄດ້ເລີ່ມກໍ່ສ້າງ ມາແຕ່ວັນທີ 1 ມັງກອນ 2017 ມາຮອດປັດຈຸບັນແມ່ນສຳເລັດການວ່າງທໍ່ ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຍັງຢູ່ລະຫວ່າງ ວາງການທັບມ້າງ ສິງກີດຂວາງເຊັນ: ຍ້າຍເສົ້າໄຟຟ້າ, ສາຍໂທລະສັບ, ທໍ່ນ້ຳປາປາ, ເຮືອນ, ຮ້ານ, ເສົ້າໄຟເຍືອງທາງ ແລະ ອື່ນໆ.

 

ແຫລ່ງຂ່າວຈາກ: kpl.gov.la

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...