spot_img
Homeຂ່າວສັ້ນແຊກະໜໍ່າ ຮູບໄຂ່ປິ້ງມີເສັ້ນດຳໆ ຢູ່ຂ້າງໃນ

ແຊກະໜໍ່າ ຮູບໄຂ່ປິ້ງມີເສັ້ນດຳໆ ຢູ່ຂ້າງໃນ

Published on

ມື້ນີ້, ວັນທີ 3 ພຶດສະພາ 2017 ໜ້າເຟດສະບຸກທີ່ຊື່ ເວົ້າຈາພາສາລາວ ໄດ້ໂພດຮູບໄຂ່ປິ້ງທີ່ມີເສັ້ນສີດຳຢູ່ໃນ ພ້ອມຂໍ້ຄວາມ ”ຝາກໄປເຖິງພໍ່ຄ້າແມ່ຂາຍທຸກທ່ານ ກ່ອນສິເຮັດແນວກິນຂາຍ ໃຫ້ເກັບມັດໝxxໃຫ້ຮຽບຮ້ອຍ ບໍ່ຊັ່ນອາດມີການຫລົ່ນໃສ່ອາຫານ ເຮັດໃຫ້ອາຫານລົດຊາດປ່ຽນໄປໃດ້ ເຫັນໃຈຄົນບໍລິໂພກແດ“.

ໂພດດັ່ງກ່າວນັ້ນ ໄດ້ຖືກຜູ້ອ່ານເຂົ້າປະກອບຄຳເຫັນໄປຕ່າງໆນານາ ພ້ອມທັງແຊຕໍ່ຢ່າງຫຼວງຫຼາຍ. ໃນຂະນະທີ່ຜູ້ໂພດຮູບດັ່ງກ່າວກໍບໍ່ໄດ້ບອກທີ່ມາວ່າ ເຫດການດັ່ງກ່າວນັ້ນເກີດຂຶ້ນຢູ່ບ້ານໃດ ເມືອງໃດກັນແທ້.

ຜູ້ມີປະສົບການໃນການເຮັດໄຂ່ປິ້ງໃຫ້ທັດສະນະວ່າ ເຫດການດັ່ງກ່າວເບິ່ງແລ້ວບໍ່ໜ້າເຊື່ອວ່າເປັນໄປໄດ້ ເວັ້ນເສຍແຕ່ວ່າເປັນການຕັ້ງໃຈເຮັດ ເພາະຂັ້ນຕອນການເຮັດໄຂ່ປິ້ງນັ້ນ ພາຍຫຼັງທີ່ຖອກໄຂ່ອອກມາປຸງລົດແລ້ວ ຈະໃຊ້ບ່ວງຕັກໃສ່ໜ່ວຍໄຂ່ຄືນ ຫຼື ໃຊ້ຊີແຣງ (ເຄື່ອງມືສັກຢາ) ດູດສີດໃສ່ຄືນ ເຊິ່ງຖ້າມີວັດຖຸແປກປອມໃດທີ່ມີຂະໜາດໃຫຍ່ ຫຼືຈຳນວນຫຼາຍຂະໜາດທີ່ເຫັນນັ້ນ ກໍຄົງຈະເຫັນຕັ້ງແຕ່ຕອນເຮັດພຸ້ນແລ້ວ.

ແນວໃດກໍຕາມ ເຫດການດັ່ງກ່າວໄດ້ເປັນສິ່ງເຕືອນໃຈ ໃຫ້ພໍ່ຄ້າແມ່ຂາຍທັງຫຼາຍຕ້ອງໄດ້ຕື່ນໂຕເອົາໃຈໃສ່ ທັງເລື່ອງຄວາມສະອາດ, ຄວາມປອດໄພ, ຄຸນປະໂຫຍດ ແລະຄວາມສວຍງາມຂອງ ສິນຄ້າຂອງຕົນໃຫ້ຫຼາຍຂຶ້ນຕື່ມ.

ໄຂ່ປິ້ງເປັນອາຫານຊະນິດໜຶ່ງທີ່ຖືກວາງຂາຍຫຼາຍຕາມຮ້ານຂາຍຂອງກິນສຸກແຄມທາງ ຫຼືໃນເທດສະການງານບຸນຕ່າງໆ ມື້ນີ້ ມີຮູບພາບເສັ້ນສີດຳຄ້າງຢູ່ຂ້າງໃນ ເບິ່ງແລ້ວເສຍລົດຊາດໄປເລີຍ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...