spot_img
Home​ຂ່າວບັນເທິງສາເຫດທີ່ເຮັດໃຫ້ສາວນູ່ນີ່ເສຍນໍ້າຕາ ເປັນເພາະແບບນີ້ເອງ

ສາເຫດທີ່ເຮັດໃຫ້ສາວນູ່ນີ່ເສຍນໍ້າຕາ ເປັນເພາະແບບນີ້ເອງ

Published on

ຕອນສວາຍວັນເສົາທີ 22 ເມສາ 2017 ທີ່ຜ່ານມາແຟນຄລັບສາວ ນູ່ນີ່ ລຸ້ນກັນທັງຝັ່ງໄທ ແລະ ຝັ່ງລາວ ຄອຍເຝົ້າຕິດຕາມສາເຫດທີ່ເຮັດໃຫ້ສາວນູ່ນີ່ເສຍນ້ຳຕາ ແລະ ລຸ້ນກັນວ່າສາວທີ່ບ່າວ ວູ໊ດດີ້ ມາຕາມຫາໃນລາຍການນັ້ນຈະແມ່ນໃຜ? ຫຼື ຈະແມ່ນສາວລາວທີ່ຫຼາຍຄົນຄາດເດົາໄວ້ ຫຼື ບໍ່ນັ້ນ? ແລະ ແລ້ວຄວາມຈິງກໍ່ຖືກເປີດເຜີຍໃນທີ່ສຸດ ສາເຫດທີ່ເຮັດໃຫ້ສາວນູ່ນີ່ຮ້ອງໄຫ້ນັ້ນກໍ່ຄື: ນາງດີໃຈກັບເພື່ອນສາວທີ່ຢືນຢູ່ຂ້າງໂພດ້ຽມຂອງນາງມາເປັນເວລາດົນຢ່າງ ສາວຕັ້ງໂອ ເພາະຍິງສາວທີ່ໜຸ່ມວູ໊ດດີ້ມາຕາຫາໃນລາຍການນັ້ນກໍ່ຄືສາວຕັ້ງໂອ ນັ້ນເອງ ງານນີ້ແຟນຄລັບຂອງສາວນູ່ນີ່ບາງຄົນກໍ່ໂລ່ງໃຈໄປເພາະຍັງຈະໄດ້ເຫັນນາງຢືນໜ້າຮັກຢູ່ໃນລາຍການອີກຕໍ່ໄປ ເລື່ອງລາວຈະມ່ວນຊື່ນລຸ້ນຂະໜາດໃດນັ້ນ ແອັດມິນມີວິດີໂອຍ້ອນຫຼັງມາຝາກ ສຳລັບຄົນທີ່ພາດເບິ່ງລາຍການ Take Me Out Thailand ຂອງມື້ວານນີ້ ກໍ່ສາມາດຊົມຊັອດເດັດນີ້ໄດ້ເລີຍ!

ຂອບໃຈວິດີໂອຈາກ​:​ TV Thunder Official

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...