spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງຈັນທະບູລີ ມ້າງແກ໊ງມົ້ວສຸມຢາເສບຕິດ

ປກສ ເມືອງຈັນທະບູລີ ມ້າງແກ໊ງມົ້ວສຸມຢາເສບຕິດ

Published on

ເມື່ອທ້າຍອາທິດຜ່ານມານີ້ ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ໄດ້ມ້າງແກ໊ງມົ້ວສຸມຢາເສບຕິດ ຢູ່ເຮືອນຫ້ອງ

ແຖວຫລັງໜຶ່ງ ໃນເຂດບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ຈັບຜູ້ເສບຢາບ້າໄດ້ທັງໝົດ

19 ຄົນ, ໃນຈຳນວນນີ້ ມີນາງ ສົມພະລັກ ອາຍຸ 36 ປີ, ນາງ ອໍລະໄທ ອາຍຸ 31 ປີ ແລະ ທ້າວສອນໄຊ ອາຍຸ 32 ປີ

ເຊິ່ງພັກເຊົາຢູ່ຫ້ອງແຖວດັ່ງກ່າວ ເປັນຜູ້ຂາຍຢາບ້າໃຫ້ກັບແກ໊ງມົ້ວສຸມນີ້ ແລະ ພາຍຫລັງເຈົ້າໜ້າທີ່ກວດຄົ້ນ

ໃນຫ້ອງ ພົບຢາບ້າເກືອບຮ້ອຍເມັດ, ເຈົ້າໜ້າທີ່ຈຶ່ງຍືດໄວ້ເປັນຫລັກຖານໃນການດຳເນີນຄະດີ ຜູ້ຕ້ອງຫາທັງ

ສາມຕາມລະບຽບກົດໝາຍ.

 

ສ່ວນຊາວໜຸ່ມທີ່ເສບຢາ 16 ຄົນ ຖືກເຈົ້າໜ້າທີ່ນຳມາສຶກສາອົບຮົມຢູ່ຫ້ອງການ ປກສ ກຸ່ມ 5 ໜອງທາ ໂດຍ

ໄດ້ເນັ້ນໃຫ້ຊາວໜຸ່ມດັ່ງກ່າວເຫັນໄດ້ຜົນຮ້າຍຂອງຢາເສບຕິດ ເຊິ່ງຜະລິດຂຶ້ນຈາກສານເຄມີອັນຕະລາຍເມື່ອ

ເສບ ຫລື ສັກເຂົ້າສູ່ຮ່າງກາຍກໍຈະມີຜົນກະທົບຮ້າຍແຮງຕໍ່ປະສາດ ແລະ ຜູ້ທີ່ມີໄວ້ຄອບຄອງເພື່ອເສບ ຫລື

ຈຳໜ່າຍຕ້ອງຖືກດຳເນີນຄະດີຕາມລະບຽບກົດໝາຍ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/08/blog-post_22.html

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...