spot_img
Homeຂ່າວຕ່າງປະເທດທ່ານ ນາງ ປາກກຶນເຮ ຖືກຕັ້ງຂໍ້ຫາຮັບສິນບົນຢ່າງເປັນທາງການ

ທ່ານ ນາງ ປາກກຶນເຮ ຖືກຕັ້ງຂໍ້ຫາຮັບສິນບົນຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 17 ເມສາ 2017 ຜ່ານມາວ່າ ທ່ານນາງ ປາກກືນເຮ ອະດີດປະທານາທິບໍດີເກົາຫຼີໃຕ້ ເຊິ່ງໄດ້ສ້າງປະຫວັດຕິສາດໃນຖານະ ປະທານາທິບໍດີ ທີ່ມາຈາກການເລືອກຕັ້ງຄັ້ງທຳອິດ ແລະເປັນປະທານາທິບໍດີຄົນທຳອິດ ທີ່ຖືກຖອດຖອນອອກຈາກຕຳແໜ່ງ ຖືກຕັ້ງຂໍ້ຫາຮັບສິນບົນຢ່າງເປັນທາງການ ໃນກໍລະນີທີ່ປ່ອຍໃຫ້ນາງ ຊະເວ ຊຸນຊິນ ໝູ່ສະນິດ ໃຊ້ຄວາມໃກ້ຊິດຫາປະໂຫຍດຈາກບໍລິສັດຊັ້ນນຳຕ່າງໆ ເຊີ່ງເປັນເຫດໃຫ້ ທ່ານນາງ ປາກກຶນເຮ ຖືກຖອດຖອນໃນທີ່ສຸດ

ສານໄດ້ເລີ່ມຕົ້ນພິພາກສາຄະດີ ແລະສອບປາກຄຳ ທ່ານນາງ ປາກກຶນເຮ ຢ່າງເປັນທາງການໃນເດືອນຜ່ານມາ ຫຼັງຂະບວນການຖອດຖອນໄດ້ສຳເລັດ ເນື່ອງຈາກບໍ່ສາມາດທີ່ຂະດຳເນີນການສອບປາກຄຳໃດໆໄດ້ ໃນຂະນະທີ່ທ່ານນາງປາກກຶນເຮ ຍັງດຳລົງຕຳແໜ່ງ ເພາະມີເອກະສິດຄຸ້ມຄອງ ໂດຍໄອຍະການເກົາຫຼີໄດ້ບອກວ່າ ນອກຈາກຂໍ້ຫາຮັບສິນບົນແລ້ວ ຍັງຖືກຕັ້ງຂໍ້ຫາໃຊ້ອຳນາດໃນທາງທີ່ບໍ່ຖືກຕ້ອງ, ບັງຄັບຂົ່ມຂູ່ ແລະເຜີຍແຜ່ຂໍ້ມູນທີ່ເປັນຄວາມລັບຂອງລາຊະການອີກດ້ວຍ

ໄອຍະການເກົາຫຼີໃຕ້ ຍັງຕັ້ງຂໍ້ຫາ ທ່ານ ຊິນດົງບິນ ປະທານກຸ່ມລອດເຕ້ ບໍລິສັດການຄ້າສິນຄ້າລາຍໃຫຍ່ຂອງເກົາຫຼີໃຕ້ ໃນຂໍ້ຫາມີສ່ວນກ່ຽວຂ້ອງ ກັບການທຸດຈະລິດຄໍລັບຊັ່ນ ຂອງທ່ານນາງ ປາກກຶນເຮອີກດ້ວຍ ເຊິ່ງລາວຖືກຂໍ້ກ່າວຫາວ່າ ໃຫ້ສິນບົນກັບ ທ່ານນາງປາກກຶນເຮ ແລະນາງ ຊະເວຊຸນຊິນ ເກືອບ 7 ລ້ານດອນລາສະຫະລັດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...