spot_img
Homeຂ່າວພາຍ​ໃນພີເອັສບອກ ຖ້າສະມາຊິກບໍ່ມັກລະບົບໃໝ່ ກໍສາມາດຖອນເງິນໂຕເອງອອກໄດ້

ພີເອັສບອກ ຖ້າສະມາຊິກບໍ່ມັກລະບົບໃໝ່ ກໍສາມາດຖອນເງິນໂຕເອງອອກໄດ້

Published on

ຕາມຂ່າວຈາກ ຂປລ. ໃນວັນທີ 30 ມີນາ ນີ້ ທີ່ບໍລິສັດພີເອສ໌ ທ່ານ ນາງ ສຸກນາລີ ເທບສີເມືອງ ປະທານບໍລິ ສັດພີເອສ໌ ສົ່ງເສີມກະສິກຳ ແລະ ອຸດສາຫະກຳຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດ ໄດ້ຖະແຫລງຕໍ່ນັກຂ່າວວ່າ: ອີງຕາມການຊີ້ນຳຂອງພັກ, ລັດຖະບານ ແລະ ອີງຕາມການແຈ້ງການຂອງທະນາຄານແຫ່ງ ສ ປປ ລາວ ກ່ຽວກັບລະບົບການດຳເນີນທຸລະກິດຂອງບໍລິສັດພີເອສ໌ ທີ່ຍັງບໍ່ທັນສອດຄ່ອງຕາມກົດໝາຍການຄ້າຂອງ ສປປ ລາວ, ປັດຈຸບັນສັງຄົມ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ຮັບຮູ້ ແລະ ເຂົ້າໃຈຜິດວ່າ ບໍລິສັດພີເອສ໌ ໄດ້ຈັດຕັ້ງການລະດົມທຶນຈາກປະຊາຊົນ, ສະນັ້ນ ໃນເມື່ອການດຳເນີນທຸລະກິດ ໄດ້ກະທົບເຖິງຄວາມບໍ່ເຂົ້າໃຈ ທາງບໍລິສັດພີເອສ໌ ຈຶ່ງຈຳເປັນຕ້ອງໄດ້ປ່ຽນກົນໄກການຕະຫລາດແບບໃໝ່ ໂດຍໄດ້ຕັດສິນໃຈຢຸດຕິການຮັບສະມາຊິກໃໝ່ ແລະ ສຳລັບສະມາຊິກເກົ່າ ທີ່ຕ້ອງການຖອນການຮ່ວມທຶນກໍສາມາດຖອນໄດ້ ເພື່ອໃຫ້ສັງຄົມໄດ້ເຂົ້າໃຈ ແລະ ບໍລິສັດພີເອສ໌ ເອງກໍມີຄວາມໂປ່ງໃສໃນການດຳເນີນທຸລະກິດ.
ທ່ານ ນາງ ສຸກນາລີ ເທບສີເມືອງ ໄດ້ໃຫ້ຮູ້ວ່າ: ໃນການຖອນທຶນທາງບໍລິສັດພີເອສ໌ ໄດ້ສະເໜີທາງເລືອກໃຫ້ປະຊາຊົນ 2 ກໍລະນີ ເຊັ່ນ: ກໍລະນີທີ 1 ປະຊາຊົນຜູ້ທີ່ຈະມາຖອນທຶນເປັນເງິນສົດ ທາງບໍ ລິສັດຈະນັດໄວ້ 3 ເດືອນ ຈຶ່ງຈະໄດ້ຮັບເງິນສົດ, ເນື່ອງຈາກໃນໄລຍະ 3 ເດືອນ ທາງບໍລິສັດຈະໄດ້ນຳເອົາສິນຄ້າໄປຂາຍແລ້ວ ຈຶ່ງນຳເອົາເງິນມາຄືນໃຫ້. ກໍລະນີທີ 2 ຜູ້ກ່ຽວມີທຶນໃນບໍລິສັດ ແຕ່ຜູ້ກ່ຽວບໍ່ມີຄວາມເຊື່ອໝັ້ນ ຫລື ຢ້ານບໍລິສັດລົ້ມລະລາຍ ແຕ່ຜູ້ກ່ຽວຕ້ອງການທີ່ຈະຖອນທຶນແມ່ນສາມາດເອົາສິນຄ້າໄປຂາຍເອງ ຕາມຈຳນວນເງິນທຶນຂອງຜູ້ກ່ຽວໄດ້ທັນທີ ເຊິ່ງທາງບໍລິສັດມີສິນຄ້າໄວ້ໃຫ້ຢູ່ແລ້ວ. ພ້ອມດຽວກັນ, ທ່ານ ນາງ ສຸກນາລີ ເທບສີເມືອງ ກໍໄດ້ໃຫ້ຮູ້ຕື່ມວ່າ: ບໍລິສັດພີເອສ໌ ເປັນບໍລິສັດນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ກໍເປັນບໍລິສັດທີ່ສາມາດຜະລິດສິນຄ້າໄດ້ເອງ ເຊັ່ນ: ຊີ້ນ, ປາ, ອາຫານ, ເຂົ້າ, ນ້ຳ, ເຄື່ອງອຸປະໂພກ, ບໍລິໂພກ ທັງເປັນບໍລິສັດທີ່ຜະລິດເອງ ແລະ ນຳເຂົ້າຈາກຕ່າງປະເທດ ມີຕົວແທນຈຳໜ່າຍ 500 ສາຂາທົ່ວປະເທດ. ສະນັ້ນ, ລະບົບທຸລະກິດຂອງບໍລິສັດພີເອສ໌ ບໍ່ແມ່ນການລະດົມທຶນ ແຕ່ເນື່ອງຈາກສະມາຊິກທີ່ເຂົ້າມາສັ່ງສິນຄ້າ ບໍ່ໄດ້ເອົາສິນຄ້າໄປຂາຍເອງ ແຕ່ໄດ້ຝາກບໍລິສັດຂາຍໃຫ້ ແລະ ບໍລິສັດ ກໍໄດ້ຮັບຝາກສິນຄ້າຂອງສະມາຊິກ ແລ້ວສົ່ງໄປໃຫ້ຕົວແທນແຕ່ລະສາຂາຈຳໜ່າຍ ຫລັງຈາກຂາຍສິນຄ້າໄດ້ແລ້ວຈຶ່ງມີການແບ່ງປັນຜົນປະໂຫຍດ ຫລື ກຳໄລ ເຊິ່ງເຫດຜົນນີ້ ຈຶ່ງເຮັດໃຫ້ບໍລິສັດ ຜິດຕາມກົດໝາຍການຄ້າຂອງສປປ ລາວ, ສະນັ້ນ ໃນຕໍ່ໜ້າບໍລິສັດພີເອສ໌ ຈະຫັນເປັນບໍລິສັດຂາຍຍົກ-ຂາຍຍ່ອຍ ຈະບໍ່ຮັບຝາກສິນຄ້າ ແລະ ແບ່ງປັນຜົນກຳໄລ.
ທ່ານ ນາງ ສຸກນາລີ ເທບສີເມືອງ ໄດ້ໃຫ້ຮູ້ຕື່ມວ່າ: ປັດຈຸບັນທາງບໍລິສັດພີເອສ໌ ໄດ້ຮວບຮວມລາຍຊື່ສະມາຊິກຂອງບໍລິສັດ ສົ່ງໃຫ້ທະນາຄານແຫ່ງສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າຮັບຊາບແລ້ວ ເຊິ່ງປັດຈຸບັນ ມີສະມາຊິກຂອງບໍລິສັດທັງໝົດ 25 ພັນກ່ວາຄົນໃນທົ່ວປະເທດ. ແຕ່ຖ້າສະມາຊິກທ່ານໃດ ບໍ່ມັກລະບົບໃໝ່ຂອງບໍລິສັດ ຫລື ອາດຈະບໍ່ມີຄວາມເຊື່ອໝັ້ນກັບບໍລິສັດແລ້ວ ກໍສາ ມາດຍົກເລີກສັນຍາ ຫລື ຖອນທຶນຄືນໄດ້ ຕາມທີ່ບໍລິສັດໄດ້ສະເໜີໄວ້.

ແຫຼ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...