spot_img
Homeຂ່າວການສຶກສາແຈ້ງການກ່ຽວກັບການຄັດເລືອກເອົາພະນັກງານລັດ ແລະ ພາກເອກະຊົນ ສະໝັກຮັບທຶນຮຽນຕໍ່

ແຈ້ງການກ່ຽວກັບການຄັດເລືອກເອົາພະນັກງານລັດ ແລະ ພາກເອກະຊົນ ສະໝັກຮັບທຶນຮຽນຕໍ່

Published on

ແຈ້ງການກ່ຽວກັບການຄັດເລືອກເອົາພະນັກງານ ເພື່ອສະໝັກຮັບທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ

ກ່ຽວກັບການຄັດເລືອກເອົາພະນັກງານ ເພື່ອສະໝັກຮັບທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກຂອງ ສສ ຫວຽດນາມ, ສຳລັບສົກຮຽນ 2017-2018.
– ອີງຕາມຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຄັ້ງວັນທີ 8 ກຸມພາ 2017.
– ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ “ໂຄງການຍົກສູງຄຸນະພາບ ແລະ ປະສິດທິຜົນການຮ່ວມມືລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2011-2020”, ສະບັບເລກທີ 2936/ສສ.ຜຮ/2011, ລົງວັນທີ 26 ສິງຫາ 2011.
ປະຕິບັດຕາມແຜນການຮ່ວມມືປະຈຳປີ 2017 ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ-ກໍ່ສ້າງ ແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຄັ້ງວັນທີ 8 ກຸມພາ 2017. 9102 4020 6898

ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໂດຍປະຕິບັດຕາມການຊີ້ນຳຂອງ 2 ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ກ່ຽວກັບການສະໝັກຮັບທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນສົກຮຽນ 2017-2018 ຂອງລັດຖະບານ ສສ ຫວຽດນາມ ແມ່ນຈະໄດ້ເປີດກວ້າງຄືກັບປີຜ່ານມາ, ໝາຍຄວາມວ່າ ທຶນຂອງແຕ່ລະຂະແໜງ ຈະບໍ່ໄດ້ເຈາະຈົງໃຫ້ສະເພາະຂະແໜງການທີ່ກ່ຽວຂ້ອງເທົ່ານັ້ນ ເປັນຕົ້ນ ວິຊາໃດທີ່ພົວພັນກັບຫຼາຍພາກສ່ວນ ຜູ້ທີ່ເຮັດວຽກງານກ່ຽວຂ້ອງ ກໍ່ສາມາດສະໝັກແຂ່ງກັນໄດ້ ລວມທັງພາກລັດ ແລະ ພາກເອກະຊົນ.

ເພື່ອປະຕິບັດທຶນການສຶກສາຂອງລັດຖະບານ ສສ ຫວຽດນາມ ທີ່ສະເໜີໃຫ້ແກ່ລັດຖະບານ ສປປ ລາວ ສຳລັບສົກຮຽນ 2017-2018 ໃຫ້ທັນກັບເວລາທີ່ 2 ຝ່າຍໄດ້ກຳນົດໄວ້, ກະຊວງສຶກສາທິການ ແລະ ກິລາ ຈຶ່ງແຈ້ງມາຍັງພາກສ່ວນຕ່າງໆ ເພື່ອຄົ້ນຄວ້າຄັດເລືອກເອົາພະນັກງານຂອງທ່ານ ສົ່ງເຂົ້າສະໝັກຮັບທຶນການສຶກສາຕາມຂະແໜງການ (ວິຊາຮຽນ) ແລະ ຈຳນວນທຶນ (ຕາມສາລະບານເລກ 1) ດັ່ງລຸ່ມນີ້:

1. ຂະແໜງການສຶກສາທິການ ແລະ ກິລາ ຈຳນວນ 79 ທຶນ (ປະລິນຍາໂທ 71 ທຶນ ແລະ ປະລິນຍາເອກ 8 ທຶນ).
2. ຂະແໜງສິລະປະ ແລະ ມະນຸດສາດ ຈຳນວນ 10 ທຶນ (ປະລິນຍາໂທ 10 ທຶນ ແລະ ປະລິນຍາເອກ 0 ທຶນ).
3. ຂະແໜງວິທະຍາສາດສັງຄົມ, ຂໍ້ມູນຂ່າວສານ, ໜັງສືພິມ ຈຳນວນ 15 ທຶນ (ປະລິນຍາໂທ 15 ທຶນ ແລະ ປະລິນຍາເອກ 0 ທຶນ.
4. ຂະແໜງການບໍລິຫານທຸລະກິດ ແລະ ກົດໝາຍ ຈຳນວນ 29 ທຶນ (ປະລິນຍາໂທ 23 ທຶນ ແລະ ປະລິນຍາເອກ 6 ທຶນ).
5. ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຈຳນວນ 8 ທຶນ (ປະລິນຍາໂທ 7 ທຶນ ແລະ ປະລິນຍາເອກ 1 ທຶນ).
6. ຂະແໜງເຕັກນິກ, ການຜະລິດ, ການຄ້າ ແລະ ການກໍ່ສ້າງ ຈຳນວນ 31 ທຶນ (ປະລິນຍາໂທ 30 ທຶນ ແລະ ປະລິນຍາເອກ 1 ທຶນ).
7. ຂະແໜງກະສິກຳ, ປ່າໄມ້, ການປະມົງ ແລະ ສັດຕະວະແພດ ຈຳນວນ 10 ທຶນ (ປະລິນຍາໂທ 10 ທຶນ ແລະ ປະລິນຍາເອກ 0 ທຶນ).
8. ຂະແໜງສາທາລະນະສຸກ ຈຳນວນ 10 ທຶນ (ປະລິນຍາໂທ 8 ທຶນ ແລະ ປະລິນຍາເອກ 2 ທຶນ).
9. ຂະແໜງສະຫວັດດີການ ຈຳນວນ 6 ທຶນ (ປະລິນຍາໂທ 6 ທຶນ ແລະ ປະລິນຍາເອກ 0 ທຶນ).
10. ຂະແໜງການບໍລິການ ແລະ ຂົນສົ່ງ ຈຳນວນ 13 ທຶນ (ປະລິນຍາໂທ 13 ທຶນ ແລະ ປະລິນຍາເອກ 0 ທຶນ).
+ ສຳລັບວິຊາຮຽນຂອງແຕ່ລະຂະແໜງການມີລາຍລະອຽດຢູ່ໃນສາລະບານເລກ 1.
I./ ເງື່ອນໄຂຂອງທຶນທີ່ຝ່າຍ ສສ ຫວຽດນາມ ຮັບຜິດຊອບ:
ຄ່າຮຽນ, ເບ້ຍລ້ຽງປະຈຳເດືອນ, ຄ່າປະກັນສຸຂະພາບ, ຄ່າເດີນທາງໄປ-ກັບລະຫວ່າງຊາດ, ຄ່າທີ່ພັກອາໄສ, ຄ່າຮຽນກຽມພາສາຫວຽດນາມ ຢູ່ ສປປ ລາວ ກ່ອນອອກເດີນທາງ (ລວມທັງທຶນລະດັບປະລິນຍາໂທ ແລະ ປະລິນຍາເອກ)
II. ເງື່ອນໄຂທົ່ວໄປຂອງຜູ້ສະໝັກ.
1. ຜູ້ທີ່ເປັນອາຈານສອນຢູ່ສະຖາບັນການສຶກສາຕ່າງໆ ແມ່ນຈະໄດ້ຮັບບຸລິມະສິດເປັນພິເສດ ຕາມສາຍວິຊາສະເພາະ.
2. ຜູ້ທີ່ຮູ້ພາສາຫວຽດນາມ (ຮຽນຈົບມາຈາກ ສສ ຫວຽດນາມ) ຈະໄດ້ຮັບບຸລິມະສິດກ່ອນຜູ້ທີ່ບໍ່ຮູ້.
3. ຕ້ອງເປັນຄົນລາວ ຖືສັນຊາດລາວ ແລະ ດຳລົງຊີວິດຢູ່ ສປປ ລາວ ກ່ອນສະໝັກຢ່າງໜ້ອຍ 1 ປີ.
4. ຕ້ອງເປັນພະນັກງານສັງກັດລັດ ແລະ ພາກເອກະຊົນສົມບູນຢ່າງໜ້ອຍ 2 ປີ.
5. ຜູ້ທີ່ຈະສະໝັກຮັບທຶນລະດັບປະລິນຍາໂທ ຕ້ອງມີລະດັບການສຶກສາ ກ່ອນສະໝັກຕ້ອງຈົບປະລິນຍາຕີສົມບູນຂຶ້ນໄປ (ບໍ່ແມ່ນຈົບຊັ້ນສູງ ຫຼື ທຽບເທົ່າປະລິນຍາຕີ) ອາຍຸບໍ່ເກີນ 40 ປີ.
6. ສະເພາະຜູ້ທີ່ຈະສະໝັກຮັບທຶນລະດັບປະລິນຍາເອກ ຕ້ອງມີລະດັບການສຶກສາ ກ່ອນສະໝັກຕ້ອງຈົບປະລິນຍາໂທຂຶ້ນໄປ ອາຍຸບໍ່ເກີນ 50 ປີ ຢ່າງໜ້ອຍຕ້ອງເປັນຜູ້ທີ່ຮຽນຈົບລະດັບປະລິນຍາຕີ ຫຼື ປະລິນຍາໂທ ມາຈາກ ສສ ຫວຽດນາມກ່ອນແລ້ວ.
7. ຜູ້ທີ່ສະໝັກຮັບທຶນລະດັບປະລິນຍາໂທ ແລະ ປະລິນຍາເອກ ຕ້ອງຂຽນຫົວບົດຄົ້ນຄວ້າ ຜູ້ໜຶ່ງຕໍ່າສຸດ 2 ຫົວຂໍ້ ແລະ ຫົວຂໍ້ນັ້ນ ຕ້ອງຕໍ່ເນື່ອງຈາກວິຊາທີ່ຮຽນຈົບລະດັບປະລິນຍາຕີ/ປະລິນຍາໂທ,.
8. ຕ້ອງເປັນຜູ້ທີ່ມີສຸຂະພາບສົມບູນ ແລະ ແຂງແຮງດີ.
III. ວິທີດຳເນີນການສະໝັກ.
ຜູ້ທີ່ສົນໃຈ ໃຫ້ໄປພົວພັນ ແລະ ສອບຖາມລາຍລະອຽດ ຢູ່ກົມກິດຈະການນັກສຶກສາ (ເຂດສະໜາມກິລາເຈົ້າອານຸວົງ) ກະຊວງສຶກສາທິການ ແລະ ກິລາ ນັບແຕ່ວັນເຊັນແຈ້ງການສະບັບນີ້ ຈົນເຖິງວັນທີ 13 ເມສາ 2017 ເປັນວັນປິດຮັບສະໝັກ

ຮອງລັດຖະມົນຕີ
(ຫົວໜ້າຄະນະຮັບຜິດຊອບໂຄງການ).
ທ່ານ ຮສ.ດຣ ກອງສີ ແສງມະນີ

 

ຂ່າວສານຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...