spot_img
Homeຂ່າວຕ່າງປະເທດແກ໊ງໂຈນບຸກປຸ້ນເງິນຄັ້ງໃຫຍ່ ຢູ່ສະໜາມບິນຂອງຊິລີ ຫອບເງິນກ່ວາ 8 ລ້ານໂດລາ ຫຼົບໜີ!

ແກ໊ງໂຈນບຸກປຸ້ນເງິນຄັ້ງໃຫຍ່ ຢູ່ສະໜາມບິນຂອງຊິລີ ຫອບເງິນກ່ວາ 8 ລ້ານໂດລາ ຫຼົບໜີ!

Published on

 

ເກີດເຫດປຸ້ນເງິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງຊິລີ ແກ໊ງຄົນຮ້າຍລົງມືປຸ້ນເງິນມະຫາສານ ປະມານ 8 ລ້ານໂດລາ

ສະຫະລັດ ທີ່ສະໜາມບິນໃນເມືອງຫຼວງຊັນຕິອາໂກ ໃນຂະນະທີ່ພະນັກງານຂອງບໍລິສັດຮັກສາຄວາມປອດໄພ ບຣິງສ໌

ກຽມນຳເອົາເງິນຂຶ້ນເຮືອບິນໄປສົ່ງໃຫ້ລູກຄ້າທາງພາກເໜືອ.

 

ສຳນັກຂ່າວຂອງຕ່າງປະເທດລາຍງານວ່າ ເກີດເຫດການປຸ້ນຄັງໃຫຍ່ ທີ່ສະໜາມບິນໃນນະຄອນຫຼວງຊັນຕິອາໂກຂອງ

ປະເທດຊິລີ ເມື່ອຕອນຂ້ອນແຈ້ງຂອງວັນພຸດທີ 13 ສິງຫາ 2014 ທີ່ຜ່ານມາ ຕາມເວລາໃນທ້ອງຖິ່ນ ໂດຍແກ໊ງຄົນຮ້າຍ

ມີທັງໝົດ 8 ຄົນ ແລະ ທັງໝົດໄດ້ສວມໝວກປິດບັງໃບໜ້າ ລົງມືປຸ້ນເງິນຢ່າງໜ້າເກງຂາມ ຈຳນວນ 4,000 ລ້ານເປ

ໂຊ ຫຼື ປະມານ 8 ລ້ານໂດລາສະຫະລັດ ຂອງບໍລິສັດ ບຣິງສ໌ ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການດ້ານຄວາມປອດໄພ ຈົນນັບ

ເປັນເຫດການປຸ້ນເງິນຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດຂອງປະເທດຊິລີ.

 

ຂ່າວແຈ້ງວ່າ ພະນັກງານຂອງບໍລິສັດ ບຣິງສ໌ ໄດ້ຂັບລົດຍົນຂອງບໍລິສັດ ເຊິ່ງເປັນລົດກັນກະສຸນເຂົ້າມາຈອດທີ່ຄັງສິນຄ້າ

ຂອງສະໜາມບິນ ຊັນຕິອາໂກ ເມື່ອເວລາປະມານ 5 ໂມງ 00 ນາທີ ຕາມເວລາໃນທ້ອງຖິ່ນ, ຈາກນັ້ນ ໃນຕອນທີ່ເຈົ້າໜ້າ

ທີ່ກຳລັງຈະນຳເອົາກະເປົາເງິນ ລຳລຽງຂຶ້ນເຮືອບິນໂດຍສານ ເພື່ອຈະສົ່ງມອບໃຫ້ກັບລູກຄ້າ ເຊິ່ງເປັນທະນາຄານຫຼາຍ

ແຫ່ງແລະ ບໍລິສັດບໍ່ແຮ່ທາງພາກເໜືອ ແຕ່ທັນໃດນັ້ນ ກໍມີກຸ່ມຄົນຮ້າຍໄດ້ລົງມືປຸ້ນເງິນໄປທັນທີ ພ້ອມກັບນຳເອົາເງິນ

ສົດຂຶ້ນລົດ ແລ້ວຂັບຫຼົບໜີໄປທາງຣັນເວຂອງສະໜາມບິນ ຈາກນັ້ນກໍມີການໂຮຍຕະປູເຮືອໃບ ເພື່ອຂັດຂວາງການຖືກ

ໄລ່ຕິດຕາມຈັບກຸມອີກດ້ວຍ.

 

ທັງນີ້ ບໍລິສັດ ບຣິງສ໌ ກໍເຄີຍຖືກປຸ້ນເງິນທີ່ສະໜາມບິນໃນນະຄອນຫຼວງຊັນຕິອາໂກມາແລ້ວຄັ້ງໜຶ່ງ ເຊິ່ງຕ້ອງໄດ້ສູນ

ເສຍເງິນໄປເຖິງ 922 ລ້ານເປໂຊ ເມື່ອປີ 1999.

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...