spot_img
Homeຂ່າວທ້ອງຖິ່ນລາຍຮັບຈາກການປະມູນຂາຍລົດການນຳຂັ້ນສູງ

ລາຍຮັບຈາກການປະມູນຂາຍລົດການນຳຂັ້ນສູງ

Published on

ໜັງສືພິມລາວພັດທະນາລາຍງານເມື່ອວັນທີ 3 ມີນາ 2017 ທີ່ຜ່ານມາວ່າ ການປະມູນຂາຍລົດການນຳຂັ້ນສູງໄດ້ສໍາເລັດລົງຜົນສໍາເລັດຈົບງາມເມື່ອວັນທີ 28 ກຸມນາຜ່ານມານີ້ທີ່ສູນປະຊຸມແຫ່ງຊາດ (ຫລັກ6),ໂດຍລັດໄດ້ເງິນຈາກການປະມູນລົດຄັ້ງນີ້ຫລາຍກວ່າ 11 ຕື້ກີບ. ໃນນັ້ນລົດຍີຫໍ້ບີເອັມດັບເບີນຢູ (BMW) ຈໍານວນ 7 ຄັນໄດ້ເງິນທັງໝົດ 7.140 ລ້ານກີບ ແລະ ລົດຍີຫໍ້ເມີຊີເດດເບນ (Benz) ຈຳນວນ 7 ຄັນໄດ້ເງິນ 4.460 ລ້ານກີບ, ຊຶ່ງຄະນະຮັບຜິດ ຊອບການປະມູນ ໃຫ້ຮູ້ວ່າ: ເງິນທີ່ໄດ້ຈາກການປະມູນແມ່ນເອົາເຂົ້າງົບປະມານລັດເພື່ອນຳໃຊ້ໃນວຽກງານສ້າງສາພັດທະນາປະເທດ ແລະ ສ່ວນໜຶ່ງຈະຊື້ລົດປະຈຳຕຳແໜ່ງປະກອບໃຫ້ການນໍາໃນລາຄາຖືກ ເພື່ອປະຕິບັດຕາມທິດປະຢັດມັດທະຍັດເປັນແບບຢ່າງໃຫ້ແກ່ປະຊາຊົນ.

ທ່ານຮອງຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ, ທັງເປັນຄະນະຮັບຜິດຊອບຈັດງານປະມູນດັ່ງກ່າວໃຫ້ຮູ້ວ່າ: ການຖອນຄືນລົດການນຳຂັ້ນສູງແລ້ວມາປະມູນຂາຍນີ້ແມ່ນປະຕິບັດຕາມດຳລັດເລກທີ 15/ນຍ ແລະ ຂໍ້ຕົກ ລົງເລກທີ 06 ວ່າດ້ວຍການຖອນລົດ ແລະ ການປະກອບລົດປະຈຳຕຳແໜ່ງໃຫ້ການນຳແຕ່ປະເພດ 1-4, ຊຶ່ງຄະນະຮັບຜິດໄດ້ຈັດສັນບັນດາພາຫະນະທີ່ເຄີຍເປັນລົດປະຈຳຕຳແໜ່ງຂອງການນໍາທີ່ມີລາຄາແພງຈຳນວນ 14 ຄັນມາປະມູນຂາຍເປີດກວ້າງກັບທີ່, ຊຶ່ງນັບວ່າເປັນຄັ້ງທຳອິດ, ໂດຍມີນັກທຸລະກິດ, ຜູ້ປະກອບການເຂົ້າຮ່ວມແຂ່ງຂັນປະ ມູນຢ່າງຄືກຄື້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ ແລະ ຍຸຕິທຳ.

ສໍາລັບການກໍານົດລາຄາປະມູນເລີ່ມຕົ້ນຂອງພາຫະນະດັ່ງກ່າວ, ໂດຍສະເພາະລົດຍີ່ຫໍ້ BMW ຮຸ່ນ 730 LI ແມ່ນເລີ່ມຕົ້ນທີ່ 830 ລ້ານກີບ, ສ່ວນລົດຍີ່ຫໍ້ Benz ຮຸ່ນ S350 ແມ່ນເລີ່ມຕົ້ນທີ່ 500 ລ້ານກີບ, ໂດຍການກໍານົດລາຄາດັ່ງກ່າວແມ່ນມີການຄິດໄລ່ລາຄາຕົ້ນທຶນຂອງລົດມາບວກລົບຄູນຫານຄ່າພາສີອາກອນ, ຄ່າຊົມໃຊ້, ພ້ອມທັງຄິດໄລ່ປີການນຳໃຊ້ ແລະ ອີງຕາມສະພາບຂອງລົດ. ສ່ວນເຈົ້າຂອງລົດຄົນໃໝ່ແມ່ນຕ້ອງວາງເງິນຄ້ຳປະກັນທັນທີ 10% ຂອງມູນຄ່າປະມູນໄດ້ ແລະ ຕ້ອງຈ່າຍເງິນຄ່າລົດໃຫ້ໝົດພາຍໃນ 5 ຫລັງການເຊັນສັນຍາຊື້-ຂາຍ, ຈຶ່ງສາ ມາດໃສ່ປ້າຍເຫລືອງໄດ້.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...