spot_img
Homeຂ່າວພາຍ​ໃນໂທລະພາບ​ແຫ່ງ​ຊາດ​ລາວ​ ໄດ້​ລິ​ຂະ​ສິດຖ່າຍ​ທອດ​ກິລາ​ເອຊຽນ​ເກ​ມຄັ້ງທີ 17 ທີ່ ສ.​ເກົາຫລີ

ໂທລະພາບ​ແຫ່ງ​ຊາດ​ລາວ​ ໄດ້​ລິ​ຂະ​ສິດຖ່າຍ​ທອດ​ກິລາ​ເອຊຽນ​ເກ​ມຄັ້ງທີ 17 ທີ່ ສ.​ເກົາຫລີ

Published on

ສະຫະພາບ​ກະຈາຍສຽງ​ທະວີບອາຊີ (ABU), ​ໄດ້​ອະນຸຍາດ​ໃຫ້​ໂທລະພາບ​ແຫ່ງ​ຊາດ​ລາວ​ ຮັບ​ລິ​ຂະ​ສິດ​ດຳ​ເນີນການ

ຖ່າຍ​ທອດ​ສົດງານ​ມະຫະ​ກຳ​ກິລາ​ເອຊຽນ​ເກ​ມ ຄັ້ງ​ທີ 17 ຢູ່ ເມືອງ​ອິນ​ຊອນ ປະ​ເທດສາທາ​ລະນະ​ລັດເກົາ​ຫລີ ນັບ​ແຕ່​

ວັນ​ທີ 19 ກັນຍາ – ວັນ​ທີ 4 ຕຸລາ 2014 ເພື່ອ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ຮັບ​ຊົມ​ງານ​ມະຫະ​ກຳ​ກິລາ​ລະດັບ​ໃຫຍ່​

ທົ່ວ​ພາກ​ພື້ນ​ອາຊີ.

 

ທ່ານ ບຸນ​ເຈົ້າ ພິຈິດ ອຳນວຍ​ການ​ໃຫຍ່​ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ລາວ​ໃນ​

ວັນ​ທີ 11 ສິງຫາ​ນີ້​ວ່າ: ງານ​ກິລາ​ເອຊຽນ​ເກ​ມຄັ້ງ​ນີ້ ໂທລະພາບ​ແຫ່​ງຊາດ​ລາວ ຈະ​ມີ​ການຖ່າຍ​ທອດ​ສົດ​ວັນ​ທີ 19 ກັນ

ຍາ ມື້​ເປີດ​ງານ ແລະ ວັນ​ທີ 4 ຕຸລາ​ເປັນ​ມື້​ປິດ​ງານ ແລະ ຈະ​ມີ​ການ​ຄັດ​ເລືອກ​ຖ່າຍ​ທອດ​ສົດບາງ​ປະ​ເພດ​ກິລາ​ສຳຄັນ

ໃນ​ຈຳນວນ 36 ປະ​ເພດ, 39 ລາຍການ​ແຂ່ງຂັນ, ​ໃນ​ນັ້ນ​ຈະ​ລົງ​ເລິກ​ການຖ່າຍ​ທອດ​ສົດ​ທຸກ​ປະ​ເພ​ດການ​ແຂ່ງ​ຂັນ​ກິ

ລາ​ ຂອງ ສປປ ລາວ, ລວມທັງ​ນັບ​ຊີງ​ຫລຽນ​ທຸກ​ປະ​ເພດ​ເພື່ອ​ອອກ​ອ​າກາດ​ທາງ​ຊ່ອງ ທຊລ 3 ແລະ ທຊລ 1.

 

ທ່ານ ວິນ​ລ່ຽມ ສຸວັນ​ນາມ ຮອງ​ອຳນວຍ​ການສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ​ກ່າວ​ຕື່ມວ່າ: ງານ​ກິລາ​ຄັ້ງ​ນີ້​ປະຊາ

ຊົນ​ລາວ​ບັນດາ​ເຜົ່າຈະ​ສາມາດ​ຮັບ​ຊົມ​ໄດ້​ທາງ​ເຄ​ເບິນ ແລະ ດີຈີ​ຕອນ, ​ແຝງ​ກ້າງປາ ຫລື ໜວດ​ກຸ້ງ, ພ້ອມ​ດຽວ​ກັນ

​ນີ້ ສະຖານີ​ໂທລະພາບ​​​ແຫ່ງ​ຊາດ ຈະ​ມີ​ການ​ເຊື່ອມ​ຕໍ່​ທາງ​ສາຍ​ໃຍ​ແກ້ວ​ໃຫ້​ແກ່​ບັນດາ​ແຂວງ​ໃຫຍ່​ເປັນ​ຕົ້ນ: ແຂວງ​

ຫລວງ​ພະ​ບາງ, ​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ​ແຂວງ​ຈຳປາ​ສັກ ​ເພື່ອ​ໃຫ້​ບັນດາ​ແຂວງ

​ໃຫຍ່​ນີ້ ກະຈາຍ​ຕໍ່​ໃຫ້​ປະຊາຊົນ​ໄ​ດ້ຮັບ​ຊົມ ຄາດ​ວ່າປະ​ຊາ​ຊົນ​ລາວ​ຈະ​ໄດ້​ຮັບ​ຊົມ​ການຖ່າຍ​ທອດ​ສົດ​ງານ​ກິລາ​ຄັ້ງ​ນີ້​ປະ

ມານ 60% ​ໃນ​ທົ່ວ​ປະ​ເທດ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/17.html

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...