spot_img
Homeຂ່າວພາຍ​ໃນມື້ເປີດຊອງປະມູນລົດການນຳ ເລື່ອນໄປແບບບໍ່ມີກຳນົດ

ມື້ເປີດຊອງປະມູນລົດການນຳ ເລື່ອນໄປແບບບໍ່ມີກຳນົດ

Published on

ຄະນະຮັບຜິດຊອບປະມູນຂາຍລົດການນຳຂັ້ນສູງຂອງລາວຊຸດທຳອິດ ໄດ້ເປີດເຜີຍຕໍ່ທີມຂ່າວລາວໂພສ ໃນຕອນແລງຂອງມື້ນີ້ ວັນທີ 20 ກຸມພາ 2017 ວ່າ ການເປີດຊອງປະມູນໄດ້ຖືກເລື່ອນອອກໄປກ່ອນ ໂດຍຍັງບໍ່ສາມາດບອກໄດ້ວ່າຈະຈັດຂຶ້ນໃນມື້ໃດ ຍ້ອນວ່າມາຮອດປັດຈຸບັນຍັງບໍ່ສາມາດຕົກລົງລາຄາເລິ່ມຕົ້ນໄດ້.

ລັດຖະບານໄດ້ອອກແຈ້ງການປະມູນລົດຫຼູຂອງການນຳໃນວັນທີ 8 ກຸມພາ 2017 ໂດຍກຳນົດເວລາຈ່າຍຊອງປະມູນເລິ່ມແຕ່ວັນທີ 13 ຫາວັນທີ 20 ກຸມພາ 2017 ແລະມີກຳນົດເປີດຊອງປະມູນໃນວັນທີ 21 ກຸມພາ 2017 ເວລາ 9:00 ທີ່ຫໍປະຊຸມແຫ່ງຊາດ.

ແຕ່ຫຼ້າສຸດມື້ນີ້, ທີມຂ່າວລາວໂພສໄດ້ສອບຖາມໄປຍັງຄະນະຜູ້ຮັບຜິດຊອບໃນການປະມູນລົດດັ່ງກ່າວ ໄດ້ຮັບຄຳຕອບວ່າມາຮອດປັດຈຸບັນນີ້ ຍັງບໍ່ໄດ້ແຈກຢາຍຊອງຕາມຂ່າວທີ່ອອກໄປກ່ອນໜ້ານັ້ນ ເນື່ອງຈາກຍັງບໍ່ສາມາດກຳນົດລາຄາເລິ່ມຕົ້ນໄດ້ ແລະຄະນະກຳມະການຈະໄດ້ປະຊຸມກັນເຖິງເລື່ອງດັ່ງກ່າວໃນວັນທີ 21 ກຸມພາ 2017 ນີ້ ເພື່ອກຳນົດລາຄາເລິ່ມຕົ້ນ ເຊິ່ງຈະຕ້ອງໄດ້ເອົາລາຄາຊື້ຕົວຈິງ ບວກພາສີນຳເຂົ້າ ແລ້ວຫັກຄ່າລຸ້ຍຫ້ຽນອອກ ຈຶ່ງສາມາດກຳນົດລາຄາປະມູນເບື້ອງຕົ້ນໄດ້.

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ບອກວ່າ ຂ່າວທີ່ອອກໄປໃນກ່ອນໜ້ານັ້ນ ອາດຈະເປັນລາຄາຊື້ໃນຕອນນັ້ນ ທີ່ຍັງບໍ່ໄດ້ລວມພາສີນຳເຂົ້າ ແລະຍັງບໍ່ໄດ້ຫັກຄ່າລຸ້ຍຫ້ຽນອອກເທື່ອ.

ດັ່ງນັ້ນ, ສຳລັບວັນເວລາໃນການເປີດຊອງປະມູນ ຈຶ່ງໄດ້ເລື່ອນອອກໄປກ່ອນ ໂດຍທີ່ຍັງບໍ່ສາມາດບອກໄດ້ວ່າຈະຈັດຂຶ້ນໃນມື້ໃດ ແຕ່ຄາດວ່າຈະສາມາດຈັດຂຶ້ນໄດ້ໃນອີກບໍ່ດົນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...