spot_img
Homeຂ່າວຕ່າງປະເທດໜຸ່ມຈີນໜັກ 220 ກິໂລ ລົ້ມນັ່ງກັບພື້ນລຸກເອງບໍ່ໄດ້ 20 ຄົນເຂົ້າຊ່ວຍຍັງດຶງບໍ່ຂຶ້ນ

ໜຸ່ມຈີນໜັກ 220 ກິໂລ ລົ້ມນັ່ງກັບພື້ນລຸກເອງບໍ່ໄດ້ 20 ຄົນເຂົ້າຊ່ວຍຍັງດຶງບໍ່ຂຶ້ນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກຸມພາຜ່ານມານີ້ວ່າ ທ້າວ ສ່ຽວຫວງ ໜຸ່ມຈີນອາຍຸ 27 ປີ ຈາກເມືອງອູຮັ່ນ ແຂວງຫູເປິ່ຍ ໄດ້ເກີດລົ້ມລົງນັ່ງຄາພື້ນບໍລິເວນໜ້າໂຮງໝໍ ໃນຂະນະທີ່ກຳລັງຍ່າງໄປຂຶ້ນລົດແທັກຊີເພື່ອກັບບ້ານ ຫລັງຈາກທີ່ເດີນທາງເຂົ້າມາກວດພະຍາດທີ່ໂຮງໝໍແຫ່ງດັ່ງກ່າວ, ແຕ່ເນື່ອງຈາກຜູ້ກ່ຽວມີນ້ຳໜັກສູງເຖິງ 220 ກິໂລກຣາມ ຈຶ່ງບໍ່ສາມາດລຸກຂຶ້ນເອງໄດ້ ເຮັດໃຫ້ເຈົ້າໜ້າທີ່ຕຳຫລວດ, ກູ້ໄພ, ໝໍ ແລະ ປະຊາຊົນອ້ອມຂ້າງບໍລິເວນດັ່ງກ່າວ ລວມກັນກວ່າ 20 ຄົນ ເຂົ້າມາຊ່ວຍເຫລືອ ແຕ່ກໍບໍ່ສາມາດດຶງລຸກຂຶ້ນໄດ້.

ສຸດທ້າຍເຈົ້າໜ້າທີ່ຜູ້ໃຫ້ຄວາມຊ່ວຍເຫລືອ ໄດ້ຈັບຕົວຜູ້ກ່ຽວນອນລົງ ແລະ ກິ້ງຂຶ້ນຕຽງຂອງໜ່ວຍກູ້ໄພ ຈາກນັ້ນຈຶ່ງໄດ້ຊ່ວຍກັນຫາມຂຶ້ນຕຽງຄົນເຈັບຂອງໂຮງໝໍ ເພື່ອສົ່ງຕົວເຂົ້າໄປກວດຮ່າງກາຍຢູ່ໂຮງໝໍຄືນອີກເທື່ອໜຶ່ງ.

 

 

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...