spot_img
Homeຂ່າວຕ່າງປະເທດເກີດເຫດຕຶກ 6 ຊັ້ນຖະຫຼົ່ມໃນໄທ ມີຜູ້ເຊຍຊີວິດ 4 ລາຍ ບາດເຈັບອີກຫຼາຍສິບຄົນ

ເກີດເຫດຕຶກ 6 ຊັ້ນຖະຫຼົ່ມໃນໄທ ມີຜູ້ເຊຍຊີວິດ 4 ລາຍ ບາດເຈັບອີກຫຼາຍສິບຄົນ

Published on

ສຳນັກຂ່າວອອນລາຍຂອງໄທຫຼາຍສຳນັກ ລາຍງານເມື່ອວັນທີ 11 ສິງຫາ 2014 ຜ່ານມາວ່າ ເກີດເຫດອາຄານພາ

ນິດ U Place Condotel ຄວາມສູງ 6 ຊັ້ນແຫ່ງໜຶ່ງ ຢູ່ໃນຊອຍຣັງສິດ ຄອງ 6 ໃກ້ກັບມະຫາວິທະຍາໄລຣາຊະມຸງຄຸນ

ທັນບູຣີື ເຊິ່ງກຳລັງຢູ່ໃນລະຫວ່າງການກໍ່ສ້າງ ໄດ້ຖະຫຼົ່ມລົງມາທັງໝົດ ຂະນະທີ່ກຳມະກອນປະມານ 50 ຄົນ ກຳລັງ

ເຮັດວຽກກໍ່ສ້າງຢູ່ພາຍໃນຕຶກດັ່ງກ່າວ.

 

0_9

 

ທາງດ້ານເຈົ້າໜ້າທີ່ຕຳຫຼວດຈັງຫວັດ (ແຂວງ) ປະທຸມທານີ ໄດ້ເປີດເຜີຍວ່າ ຍັງບໍ່ສາມາດລຸບຸຈຳນວນຜູ້ບາດເຈັບ

ແລະ ເສຍຊີວິດໄດ້ຊັດເຈນ ໂດຍເຈົ້າໜ້າທີ່ກຳລັງເລັ່ງກວດສອບ ແລະ ມີລາຍງານລ່າສຸດ ຈາກກເຈົ້າໜ້າທີ່ກູ້ໄພວ່າ

ສາມາດກູ້ຊາກສົບອອກມາໄດ້ແລ້ວ 4 ລາຍ ແລະ ມີຜູ້ບາດເຈັບອີກ 10 – 20 ລາຍ ໄດ້ຖືກນຳໂຕສົ່ງໂຮງໝໍໃກ້ຄຽງ

ໂດຍໃນຈຳນວນນັ້ນ ມີອາການສາຫັດຫຼາຍລາຍ ເຊິ່ງທີ່ໜ້າສະຫຼົດໃຈ ແມ່ນເຈົ້າໜ້າທີ່ໄດ້ພົບສົບຂອງແມ່ກັບລູກ

ຕິດຢູ່ໃນຊາກຕຶກຖະຫຼົ່ມນັ້ນດ້ວຍ.

 

ອາຄານພານິດແຫ່ງດັ່ງກ່າວ ແມ່ນກຳລັງຢູ່ໃນລະຫວ່າງການກໍ່ສ້າງ ໂດຍອາຄານໄດ້ເລີ່ມຖະຫຼົ່ມຈາກຊັ້ນທີ 6 ໃນຊ່ວງ

ຂອງການເທຄານ ແລ້ວເກີດຍຸບໂຕລົງມາທັງ 6 ຊັ້ນ ເຮັດໃຫ້ທັບກຳມະກອນກໍ່ສ້າງ ທີ່ກຳລັງເຮັດວຽກຢູ່ພາຍໃນຕຶກ

ດັ່ງກ່າວ.

 

ຕໍ່ມາໃນເວລາ 19:30 ໂມງ ກົມປ້ອງກັນ ແລະ ບັນເທົາສາທາລະນະໄພຂອງໄທ ໄດ້ສະຫຼຸບເຫດຕຶກຖະຫຼົ່ມເບື້ອງຕົ້ນວ່າ

ພົບຜູ້ເສຍຊີວິດແລ້ວ 4 ລາຍ ແລະ ບາດເຈັບ 19 ລາຍ ເຊິ່ງມາຮອດປະຈຸບັນ ເຈົ້າໜ້າທີ່ກູ້ໄພກຳລັງເລັ່ງຊອກຫາຜູ້ທີ່

ຕິດຢູ່ໃນຊາກຕຶກ ເຊິ່ງທັງນີ້ເຈົ້າໜ້າທີ່ຄາດວ່າ ຍັງມີຜູ້ທີ່ຕິດຢູ່ໃຕ້ຊາກຫັກພັງອີກຢູ່ 14 ຄົນ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...