spot_img
Homeຂ່າວຕ່າງປະເທດຮືຮາ! ສະຕີບ ຈ໊ອບ ຜູ້ກໍ່ຕັ້ງ Apple ຖືກພົບໃນຮູບໜຸ່ມຄົນໜຶ່ງໃນບຣາຊິນ ສ້າງກະແສດັງຍັງມີຊີວິດຢູ່?

ຮືຮາ! ສະຕີບ ຈ໊ອບ ຜູ້ກໍ່ຕັ້ງ Apple ຖືກພົບໃນຮູບໜຸ່ມຄົນໜຶ່ງໃນບຣາຊິນ ສ້າງກະແສດັງຍັງມີຊີວິດຢູ່?

Published on

ສະຕີບ ຈ໊ອບ ໂຜ່ຕິດຮູບຖ່າຍຂອງໜຸ່ມຄົນໜຶ່ງ ໃນເມືອງ ຣິໂອ ເດີ ຈາເນໂຣ ສ້າງກະແສວິເຄາະສະໜັ່ນໂລກອອນລາຍ

ໃນທົ່ວໂລກວ່າ ສະຕີບ ຈ໊ອບ ເສຍຊີວິດແລ້ວແທ້ ຫຼື ບໍ່.

 

ເມື່ອວັນທີ 7 ສິງຫາ 2014 ເວັບໄຊຂ່າວຂອງຕ່າງປະເທດລາຍງານວ່າ ສະຕີບ ຈ໊ອບ ອະດີດຜູ້ບໍລິຫານຂອງບໍລິສັດແອັບ

ເປີ້ນ ໄດ້ເສຍຊີວິດຕັ້ງແຕ່ປີ 2011 ຫຼັງຈາກທີ່ເຂົາຕ້ອງໄດ້ຕໍ່ສູ້ກັບໂລກມະເຮັງເປັນໄລຍະເວລາດົນນານ, ແຕ່ລ່າສຸດກັບ

ມີຄົນໂພສທ໌ຮູບເຊລຟີ່ (Selfie) ຫຼື ການຖ່າຍຮູບຕົນເອງ ເຊິ່ງໄດ້ຖ່າຍກັບບຸກຄົນໜຶ່ງ ທີ່ໜ້າຕາລັກສະນະຄ້າຍຄືກັນ

ກັບ ສະຕີບ ຈ໊ອບ ຈົນເຮັດໃຫ້ເກີດມີຄວາມສົງໄສວ່າ ແທ້ຈິງແລ້ວ ສະຕີບ ຈ໊ອບ ເສຍຊີວິແລ້ວ ຫຼື ຍັງມີຊີວິດຢູ່.

 

ໂດຍເຈົ້າຂອງຮູບເຊລຟີ່ ໄດ້ອັບໂຫຼດຮູບດັ່ງກ່າວ ລົງໃນເວັບໄຊ Reddit ຂອງບຣາຊິນ ເຊິ່ງເຂົາໄດ້ຖ່າຍຮູບຂອງຕົນເອງ

ກັບບຸກຄົນທີ່ຄ້າຍຄື ສະຕີບ ຈ໊ອບ ຢູ່ທາງດ້ານຫຼັງ ທີ່ກຳລັງນັ່ງລໍ້ຍູ້ ທີ່ມີຄົນກຳລັງຍູ້ເຂົາຜ່ານຖະໜົນໃນປະເທດບຣາຊິນ

ພ້ອມໆກັບເຂົາໄດ້ຂຽນຄຳບັນຍາຍໃຕ້ພາບນັ້ນວ່າ ” ສະຕີບ ຈ໊ອບ ໃນຣິໂອ ເດີ ຈາເນໂຣ ເຂົາຍັງມີຊີວິດຢູ່ ”

 

ທັງນີ້ ຊາຍທີ່ຢູ່ໃນພາບນັ້ນ ເບິ່ງແລ້ວຄ້າຍຄືກັນກັບ ສະຕີບ ຈ໊ອບ ໃນຊ່ວງບັ້ນປາຍຂອງຊີວິດຫຼາຍທີ່ສຸດ ທັງຈາກການທີ່

ເຂົາສວມມປອກຄ້ຳຄໍ ຫຼື ການທີ່ຕ້ອງນັ່ງໃນລໍ້ຍູ້ຄົນເຈັບ ສ່ວນແຂນຂອງເຂົານັ້ນ ກໍເບິ່ງຄືມີຮອຍສັກ ແລະ ເມື່ອເບິ່ງໃກ້ໆ

ກໍຈະຮູ້ວ່າເປັນເສື້ອເຊີດ ອີກທັງຊາຍຄົນດັ່ງກ່າວກໍຍັງໃສ່ແວ່ນຕາທີ່ຄ້າຍຄືກັນກັບ ສະຕີບ ຈ໊ອບ ອີກດ້ວຍ.

 

ຢ່າງໃດກໍຕາມ ຍັງມີອີກຫຼາຍຄົນທີ່ເຊື່ອວ່າ ເຫດການນີ້ເປັນພຽງເຫດການບັງເອີນເທົ່ານັ້ນ ແລະ ອາດເປັນທິດສະດີສົມ

ຄົບຄິດ ເຊັ່ນດຽວກັບທີ່ມີບາງຄົນທີ່ເຄີຍອ້າງວ່າ ອະດັອບ ຮິດເລີ ຈອມຜະເດັດການນາຊີເຢຍລະມັນ ຍັງບໍ່ທັນຕາຍ ໂດຍ

ເຂົາໄດ້ໄປຢູ່ໃນທະວີບອາເມຣິກາໃຕ້ ພ້ອມໆກັບຜູ້ນຳຂອງພັກນາຊີຄົນອື່ນໆ.

 

3AhwNBZ
ສະຕີບ ຈ໊ອບ ຍັງບໍ່ຕາຍ ແທ້ ຫຼື ບໍ່? ເບິ່ງຄັກໆ ແລະ ກະລຸນາໃຊ້ວິຈາລະນະຍານໃນການບໍລິໂພກຂ່າວສານ


ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...