ປາກີສຖານຜ່ານກົດຫມາຍຫ້າມແຕ່ງງານກັບເດັກນ້ອຍ

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງ ອຸສລາມາບັດ ປະເທດ ປາກີສຖານ ເມື່ອວັນທີ 7 ກຸມພາ 2017 ວ່າ. ກົດໝາຍເຊິ່ງຜ່ານການຮັບຮອງຈາກສະພາແຫ່ງຊາດເມື່ອວັນຈັນທີ່ຜ່ານມາ ຍັງຫ້າມການບັງຄັບແຕ່ງງານ ທີ່ກ່ຽວພັນກັບແມ່ຍິງຊົນກຸ່ມນ້ອຍອີກດ້ວຍ.

ພາຍໃຕ້ກົດໝາຍສະບັບໃໝ່ ຜູ້ກະທຳຄວາມຜິດຈະຖືກລົງໂທດຈຳຄຸກຂັ້ນຕ່ຳສຸດ 5 ປີ ແລະ ສູງສຸດບໍ່ເກີນ 10 ປີ ແລະ ປັນໃໝເປັນເງິນ 500,000 ຣູປີ ຫຼື ປະມານກວ່າ 80 ລ້ານກີບ ໂດຍກ່ອນການແກ້ໄຂກົດໝາຍຜູ້ກະທຳຄວາມຜິດຈະຖືກລົງໂທດຈຳຄຸກຕ່ຳສຸດ 3 ປີ ແລະ ປັບໃໝເປັນເງິນ 500,000 ຣູປີ ທ່ານ ຊາຮິດ ຮາມິດ ລັດຖະ ມົນຕີກະຊວງກົດໝາຍລັດຖະບານກາງ ແລະ ສິດທິມະນຸດປາກີສຖານ ເຜີຍຕໍ່ສຳນັກຂ່າວຣອຍເຕີວ່າ: ກົດໝາຍກຳນົດບົດລົງໂທດໜັກຂຶ້ນ ເພື່ອຄວບຄຸມໂຣກທາງສັງຄົມທີ່ຄຸກຄາມໜັກຂຶ້ນ ເນື່ອງຈາກທີ່ຜ່ານມາບົດລົງໂທດເບົາຈົນເກີນໄປ

ຈາກຂໍ້ມູນຂອງອົງການທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ (ຢູນິເຊຟ) ປະມານ 21% ຂອງເດັກຍິງໃນປາກີສຖານແຕ່ງງານກ່ອນອາຍຸຮອດ 18 ປີ ແລະ ຂໍ້ມູຂອງຊີໄອເອ ເຟສບຸກ ເກືອບ 4% ຂອງປະຊາຊົນປາກີສຖານ 202 ລ້ານຄົນ ບໍ່ແມ່ນຊາວ ມຸສລິມ ສ່ວນຂໍ້ມູນຂອງກຸ່ມລົນນະລົງທ້ອງຖິ່ນ ສະມາຄົມຄຸ້ມຄອງສິດທິເດັກ (ສະປາກຣ) ປະເມີນວ່າເກືອບ 58% ຂອງເດັກຍິງແຕ່ງງານຫຼາຍແມ່ນຢູ່ໃນເຂດຊົນນະບົດ

 

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/554118
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!