spot_img
Homeຂ່າວການພັດທະນາເອດີບີ ສະໜອງທຶນ 12 ລ້ານໂດລາ ເຂົ້າໃນວຽກງານສຸຂະພາບໃນລາວ

ເອດີບີ ສະໜອງທຶນ 12 ລ້ານໂດລາ ເຂົ້າໃນວຽກງານສຸຂະພາບໃນລາວ

Published on

ຂປລ. ທະນາຄານພັດທະນາອາຊີ (ເອດີບີ) ຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ ເຊັນສັນຍາທຶນກູ້ຢືມ ແລະ ທຶນຊ່ວຍເຫລືອລ້າລວມມູນຄ່າ 12 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການຮັກສາຄວາມປອດ ໄພດ້ານສຸຂະພາບ ໃນ ສປປ ລາວ ແລະ ອະນຸພາກພື້ນແມ່ນໍ້າຂອງ ໂດຍລົງນາມລະຫວ່າງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສະຕີເວັນ ສະຈີປານີ ຮັກສາການ ຜູ້ຕາງໜ້າສຳນັກງານເອດີບີ ປະຈຳ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທຶນດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານ ເພື່ອຍົກລະດັບການຄວບຄຸມພະຍາດຊຶມເຊື້ອ ທີ່ເກີດຂຶ້ນໃໝ່ເປັນຕົ້ນ ພະຍາດອັກເສບລະບົບຫາຍໃຈຮຸນແຮງກະທັນຫັນ ຫລື ພະຍາດຊາ ແລະ ໄຂຫວັດສັດປີກ, ພ້ອມທັງປັບປຸງການບໍລິການ ຂອງບັນດາໂຮງໝໍຕ່າງໆໃນ 12 ແຂວງໃນຂອບເຂດທົ່ວປະເທດ ແລະ ໃນອະນຸພາກພື້ນແມ່ນໍ້າຂອງ.

ໂຄງການດັ່ງກ່າວ ຈະຊ່ວຍສະໜັບສະໜູນ ຄວາມພະຍາຍາມ ຂອງກະຊວງສາທາລະນະສຸກ ໃນການສ້າງລະບົບເຝົ້າລະວັງ ການແຜ່ລະບາດຂອງເຊື້ອພະຍາດ ໃຫ້ເປັນລະບົບດີຈິຕອນ, ສ້າງຄວາມເຂັ້ມແຂງໃຫ້ບັນດາ ໜ່ວຍງານທີ່ຮັບ ມືກັບການແຜ່ລະບາດ ຂອງເຊື້ອພະຍາດດັ່ງກ່າວ ຢູ່ເຂດຊົນນະບົດນອກນັ້ນ ໂຄງການຍັງຈະໄດ້ປະກອບເຄື່ອງອຸປະກອນ ໃຫ້ແກ່ບັນດາຫ້ອງທົດລອງຕ່າງໆ ແລະ ປັບປຸງລະບົບການປ້ອງກັນ, ຄອບຄຸມ ແລະ ຕິດຕາມການແຜ່ເຊື້ອ ໃຫ້ກັບບັນດາໂຮງໝໍເມືອງ ທີ່ຕັ້ງຢູ່ຕາມເຂດຊາຍແດນ ແລະ ຢູ່ຕາມແລວເສດຖະກິດພາຍໃນ 82 ເມືອງ ໃນ 12 ແຂວງ ເຊັ່ນ: ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື, ພ້ອມນັ້ນ ຍັງຈະໄດ້ສຸມໃສ່ເປົ້າໝາຍປະຊາກອນທີ່ອົບພະຍົບ, ເຄື່ອນຍ້າຍ ແລະ ບັນດາກຸ່ມຄົນທີ່ດ້ອຍໂອກາດ ພ້ອມທັງປະຊາກອນຜູ້ທີ່ອາໃສ ໃນເຂດຊາຍແດນ ທີ່ຫ່າງໄກສອກຫລີກ ແລະ ຄາດວ່າຈະເພີ່ມຄວາມເຂັ້ມແຂງ ໃນການແບ່ງປັນຂໍ້ມູນ ແລະ ການປະສານງານ ເພື່ອຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດຕ່າງໆ.ລັດຖະບານແຫ່ງ ສປປ ລາວ ຈະປະກອບສ່ວນທຶນສົມທົບ ມູນຄ່າ 6໐໐.໐໐໐ ໂດລາສະຫະລັດ ເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ເຊິ່ງຈັດຕັ້ງປະຕິບັດໂດຍກະຊວງສາທາລະນະສຸກ ເປັນເວລາ 5 ປີ ແລະ ຄາດວ່າຈະສຳເລັດພາຍໃນປີ 2022.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...