spot_img
Homeວິທະຍາສາດ-ວິທະຍາການຈີນກາຍເປັນປະເທດທີ່ຜະລິດພະລັງງານໄຟຟ້າແສງອາທິດໄດ້ຫຼາຍທີ່ສຸດໃນໂລກ

ຈີນກາຍເປັນປະເທດທີ່ຜະລິດພະລັງງານໄຟຟ້າແສງອາທິດໄດ້ຫຼາຍທີ່ສຸດໃນໂລກ

Published on

ເມື່ອວັນເສົາທີ່ຜ່ານມາ (04/02/2017) ສຳນັກງານບໍລິຫານພະລັງງານແຫ່ງຊາດຂອງຈີນ (NEA) ໄດ້ເປີດເຜີຍຂໍ້ມູນວ່າ ປະເທດຈີນເປັນປະເທດທີ່ມີກຳລັງການຜະລິດຈາກພະລັງງານແສງອາທິດທີ່ສູງທີ່ສຸດໃນໂລກ

ໂດຍກຳລັງການຜະລິດຕິດຕັ້ງພະລັງງານແສງອາທິດຂອງຈີນນັ້ນຢູ່ທີ່ 77.42 ລ້ານກິໂລວັດ ໂດຍປີ 2016 ມີການຜະລິດພະລັງງານແສງອາທິດເພີ່ມຂຶ້ນຈາກປີ 2015 ເຖິງ 34.54 ລ້ານກິໂລວັດ ຖືວ່າເປັນສະຖິຕິທີ່ເພີ່ມຂຶ້ນຫຼາຍທີ່ສຸດໃນໂລກ

ຈີນຍັງວາງແຜນຈະເພີ່ມສັກກະຍະພາບໃນການຜະລິດໄຟຟ້າຈາກພະລັງງານແສງອາທິດຕໍ່ໄປອີກ ພາຍໃນປີ 2020 ໃຫ້ຫຼາຍກວ່າ 110 ລ້ານກິໂລວັດ ອີກທັງຈະຫຼຸດລາຄາຂອງພະລັງງານແສງອາທິດລົງຢ່າງນ້ອຍ 50% ເມື່ອທຽບກັບລາຄາໃນປີ 2015

ຈີນຍັງຕັ້ງເປົ້າໝາຍຈະເພີ່ມສັດສ່ວນການໃຊ້ແຫຼ່ງພະລັງງານທີ່ບໍ່ແມ່ນ ຟອສຊິລໃຫ້ເປັນ 20% ໃນປີ 2030 ຈາກປັດຈຸບັນເຊິ່ງຢູ່ທີ່ 11%.

ແຫລ່ງຂ່າວຈາກ: https://board.postjung.com/1013087.html
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...