spot_img
Homeຂ່າວການພັດທະນາສປປ ລາວ ເລັ່ງຄວາມພ້ອມ ສະເໜີເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ໄວໆນີ້!

ສປປ ລາວ ເລັ່ງຄວາມພ້ອມ ສະເໜີເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ໄວໆນີ້!

Published on

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການປົກຄອງແຂວງຄຳມ່ວນ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ໄດ້ພ້ອມກັນປຶກສາຫາລື ໃນກອງປະຊຸມສໍາມະນາດ້ານຂໍ້ມູນຂ່າວສານ ໃນການແນະນຳກ່ຽວກັບຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງ ເພື່ອນໍາສະເໜີເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກຂອງອົງການອຸຍເເນັສໂກ (UNESCO) ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ 2017 ຜ່ານມາທີ່ໂຮງແຮມວຽງຈັນພລາຊ່າ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ມີບັນດາຜູ່ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ບັນພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງ ຖວທ ໄດ້ກ່າວວ່າ ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານຈາກຊ່ຽວຊານອາວຸໂສຂອງອົງການສາກົນເພື່ອການອະນຸຮັກທຳມະຊາດ (IUCN) ກ່ຽວກັບຜົນການສຶກສາເບື້ອງຕົ້ນ ຂອງຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງ ໃນການສະເໜີເຂດປ່າສະຫງວນດັ່ງກ່າວ ເຂົ້າເປັນມໍລະດົກໂລກ ໃນນັ້ນ ຜູ່ຊ່ຽວຊານໄດ້ແນະນຳເຖິງຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງ ພ້ອມທັງຂອບເຂດ ໄລຍະການດຳເນີນງານ ແລະ ມາດຕະຖານ ເພື່ອພິຈາລະນາຄຸນຄ່າອັນໂດດເດັ່ນ ທີ່ເປັນສາກົນ ແລະ ຍັງໄດ້ອະທິບາຍຄວາມກະຈ່າງແຈ້ງເຖິງອົງປະກອບ ຫຼື ທາງເລືອກຕ່າງໆທີ່ເໝາະສົມ ສຳລັບການສະເໜີ ທັງໄດ້ປຶກສາຫາລື ແລະ ແລກປ່ຽນບັນດາຄຳຄິດຄຳເຫັນທີ່ກ່ຽວຂ້ອງ ເປັນຕົ້ນວຽກງານບູລິມະສິດທີ່ຈະຕ້ອງສຳເລັດ ໃນການຈັດຕັ້ງປະຕິບັດ ແລະ ຊ່ອງວ່າງສຳລັບການສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ຂອງອົງການອຸຍເເນັສໂກ ເຊິ່ງກອງປະຊຸມຍັງໄດ້ມີການສົນທະນາ ບັນຫາສໍາຄັນຕ່າງໆອີກຈໍານວນນຶ່ງ ເພື່ອພ້ອມກັນແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອນໍາສະເໜີຕໍ່ອົງການອຸຍເເນັສໂກ ເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງດ້ານຊັບພະຍາກອນທຳມະຊາດ  ເປັນແຫ່ງທຳອິດຂອງລາວ ຄາດວ່າຈະມີຂຶ້ນໃນໄວໆນີ້ ທັງນີ້ ພູຫີນໜາມໜໍ່ ນອກຈາກເປັນເຂດທີ່ມີທຳມະຊາດອັນງົດງາມ ແລະ ປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນ ໃນພື້ນທີ່ກວ້າງກວ່າ 3.000 ເຮັກຕາແລ້ວ ຍັງເປັນແຫຼ່ງທີ່ຢູ່ອາໄສຂອງຊ້າງປ່າຈຳນວນຫຼາຍຮ້ອຍໂຕ ລວມທັງສັດປ່າຫາຍາກຫຼາຍຊະນິດທີ່ໃກ້ຈະສູນພັນອີກດ້ວຍ.

SPS_9232-650x433

ແຫລ່ງຂ່າວ:

ວຈທດ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...