spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຮໍໂມນເພດຊາຍຫຼຸດລົງຈະມີຜົນຕໍ່ສຸຂະພາບຂອງຜູ້ຊາຍແນວໃດ? ຢາກຮູ້ຕ້ອງອ່ານ

ຮໍໂມນເພດຊາຍຫຼຸດລົງຈະມີຜົນຕໍ່ສຸຂະພາບຂອງຜູ້ຊາຍແນວໃດ? ຢາກຮູ້ຕ້ອງອ່ານ

Published on

ໃນຄໍລຳ ສຸຂະພາບ ມື້ນີ້ແອັດມິນຈະພາທຸກຄົນມາຮູ້ຈັກກັບ “ຮໍໂມນເພດຊາຍ” ເພາະລະບົບຮໍໂມນຖືວ່າເປັນລະບົບໜຶ່ງທີ່ສຳຄັນຫຼາຍທີ່ຄອຍຄວບຄຸມ ແລະ ປະສານການທຳງານຂອງອະໄວຍະວະຕ່າງໆ ໃຫ້ເປັນປົກກະຕິ ເນື່ອງຈາກຮໍໂມນເພດຊາຍ ທີ່ຮຽກວ່າ Testosterone ມີຄວາມສຳຄັນໃນການສ້າງຄວາມເປັນຜູ້ຊາຍ ເຊັ່ນ: ສົ່ງຜົນຕໍ່ຄວາມຕ້ອງການທາງເພດ ແລະ ກ້າມເນື້ອທີ່ແຂງແຮງ ດັ່ງນັ້ນເມື່ອຂາດຮໍໂມນເພດຊາຍ ເທສໂທສເທີໂຣນ ຈະມີອາການດັ່ງນີ້:

  • ກ້າມເນື້ອລີບນ້ອຍ
  • ຄວາມແຂງແຮງຂໍກ້າມເນື້ອຫຼຸດລົງ
  • ອ້ວນລົງພຸງ ຫຼື ມີໄຂມັນສະສົມເພີ່ມຂຶ້ນ
  • ເສື່ອມສະມັນຕະພາບທາງເພດ
  • ຄວາມຕ້ອງການທາງເພດຫຼຸດລົງ
  • ມີຄວາມສ່ຽງເປັນໂຣກກະດູກຜ່ອຍ
  • ອ່ອນເພຍບໍ່ມີແຮງງ ສຸຂະພາບບໍ່ດີ
  • ອາລົມງຸດງິດງ່າຍ
  • ບໍ່ມີສະມາທິ ຂາດຄວາມໝັ້ນໃຈໃນຕົວເອງ
  • ຊຶມເສົ້າ

ເມື່ອຮູ້ເຖິງຜົນເສຍທີ່ມີຕໍ່ສຸຂະພາບໃນເວລາທີ່ຮໍໂມນເພດຫຼຸດລົງແລ້ວ ສະນັ້ນ ບັນດາຊາຍໜຸ່ມທຸກທ່ານຄວນຮັກສາລະດັບຮໍໂມນໃຫ້ຢູ່ໃນລະດັບປົກກະຕິ ໂດຍການໝັ່ນອອກກຳລັງກາຍ, ກິນອາຫານທີ່ມີປະໂຫຍດ, ພັກຜ່ອນໃຫ້ພຽງພໍເປັນປະຈຳ ແລະ ຫຼີກລ່ຽງເຄື່ອງດື່ມ ທີ່ສິ່ງທີ່ຈະເຮັດໃຫ້ຮໍໂມນເພດຫຼຸດລົງ ພຽງເທົ່ານີ້ທ່ານກໍ່ຈະມີຮ່າງກາຍທີ່ແຂງແຮງ ແລະ ມີລະບົບຮໍໂມນເພດທີ່ດີນັ້ນເອງ

ແຫລ່ງຂໍ້ມູນຈາກ: http://www.zemax4men.com/
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...