spot_img
Homeຂ່າວພາຍ​ໃນຄວາມຄືບໜ້າຍິງລາວຂົນເງິນ

ຄວາມຄືບໜ້າຍິງລາວຂົນເງິນ

Published on

 

 

ຜົນການກວດກາທະນະບັດສະກຸນບາດໄທ 30 ລ້ານທີ່ຕຳຫຼວດໄທຢຶດໄດ້ຈາກຍິງລາວມື້ວານນີ້ທີດ່ານມຸກດາຫານ-ສະຫວັນນະເຂດ ເປັນເງິນແທ້ ນັກທຸລະກິດລາວສະແດງໂຕເປັນເຈົ້າຂອງ ພ້ອມສະແດງຫຼັກຖານປ່ຽນເງິນ 1 ລ້ານໂດລາ ແຕ່ເປັນຊື່ເອື້ອຍ ອ້າງເຫດຜົນວ່າເພື່ອໂອນເງິນຊື່ເຄື່ອງດື່ມຊູກຳລັງຂອງໄທໄປຂາຍ ແຕ່ຕຳຫຼວດຍັງບໍ່ເຊື່ອ ແລະຈະຕ້ອງກວດກາຕື່ມອີກກ່ອນ.

 

ຄວາມຄືບໜ້າກໍລະນີເຈົ້າໜ້າທີ່ປະຈຳດ່ານພາສີມຸກດາຫານ ຈັບຍິງຊາວລາວທີ່ຂັບລົດຂົນເງິນໄທ 30 ລ້ານບາດ ກຽມຂ້າມຊາຍແດນມາຍັງປະເທດລາວ ໂດຍຈັບໄດ້ທີ່ດ່ານຂົວມິດຕະພາບລາວ-ໄທ 2 ສະຫວັນນະເຂດ-ມຸກດາຫານ ເຊິ່ງເປັນການຜິດກົດໝາຍໄທ ຫ້າມເອົາເງິນອອກນອກປະເທດເກີນ 5 ແສນບາດ.

 

ຫຼ້າສຸດ ທ່ານ ສໍລະສິດ ລິດສອນໄກ ຮອງເຈົ້້າແຂວງ(ຈັງຫວັດ) ມຸກດາຫານ ພ້ອມດ້ວຍ ພັນເອກ ກິດຕິສັກ ຈຳລັດປະເສີດ ຮອງ ຜູ້ບັນຊາການຕຳຫຼວດ ມຸກດາຫານ ມາກວດສອບດ່ານມຸກດາຫານ ໂດຍເຊີນເຈົ້າໜ້າທີ່ທະນາຄານກຸງໄທ ເຈົ້າໜ້າທີ່ທະນາຄານກຸງສີອະຍຸດທະຍາ ແລະກອງພິສູດຫຼັກຖານກວດກາທະນະບັດທັງໝົດ ຜົນການກວດກາພົບວ່າທັງໝົດເປັນທະນະບັດຂອງແທ້.

 

ຂະນະທີ່ກຳລັງກວດກາຢູ່ນັ້ນ ໄດ້ມີ ທ້າວ ຄຳຈັນ ສິລິຍະພັນ ປະຊາຊົນລາວ ມາສະແດງໂຕເປັນເຈົ້າຂອງເງິນ ພ້ອມເອົາຫຼັກຖານເອກະສານການປ່ຽນເງິນໂດລາ 1 ລ້ານຫຼຽນ ເມື່ອວັນທີ 7 ສິງຫາ 2014 ມາສະແດງຕໍ່ເຈົ້າໜ້າທີ່ຕຳຫຼວດ ແລະກວດກາຫຼັກຖານການແລກປ່ຽນເງິນປາກົດວ່າເປັນຊື່ຂອງນາງ ບຸນຮຽງ ຈັນໂທ ບໍ່ແມ່ນຂອງທ້າວຄຳຈັນ ສິລິຍະພັນ.

 

ທ້າວຄຳຈັນ ອ້າງວ່ານາງບຸນຮຽງ ເປັນເອື້້ອຍຂອງຕົນເອງ ແລະເງິນທັງໝົດເປັນຂອງເອື້ອຍ ເຊິ່ງໃຫ້ຕົນເອງມາຍື່ນແທນເນື່ອງຈາກເອື້ອຍກຳລັງເຂົ້າປົວພະຍາດຢູ່ໂຮງໝໍ ເຊິ່ງເຈົ້າໜ້າທີ່ຈະໄດ້ກວດກາແລະສອບສວນອີກ ເນື່ອງຈາກຜູ້ມາສະແດງຕົນເປັນນັກທຸລະກິດຫຼາຍກິດຈະການໃນ ສປປລາວ.

 

ແນວໃດກໍຕາມ, ເຈົ້າໜ້າທີ່ຕຳຫຼວດໄທ ມຸກດາຫານ ຍັງບໍ່ເຊື່ອໃນທີ່ມາຂອງເງິນທັງ 30 ລ້ານບາດວ່າເປັນໄປຕາມຄຳໃຫ້ການຂອງທ້າວຄຳຈັນ ທີ່ໃຫ້ການວ່າເອື້້ອຍເປັນເຈົ້າຂອງເງິນໃຊ້ເງິນໂດລາມາແລກປ່ຽນເພື່ອຈະໂອນໄປຊື້ເຄື່ອງດື່ມຊູກຳລັງຍີ່ຫໍ້ໜຶ່ງຂອງໄທເພື່ອເອົາມາຂາຍຢູ່ລາວ ໂດຍເຈົ້າໜ້າທີ່ຕຳຫຼວດໄດ້ເກັບຫຼັກຖານທັງໝົດໄວ້ເພື່່ອກວດສອບຫາທີ່ມາຂອງເງິນດັ່ງກ່າວອີກເທື່ອໜຶ່ງ. ຂະນະທີ່ຜົນການສອບສວນນາງມະຕະພອນ ໂຄ້ພອນສະກຸນ ຜູ້ຖືກຫາໃຫ້ການວ່າ ຕົນເອງລູກນ້ອງຂອງນາງບຸນຮຽງ ຈັນໂທ ແລະເງິນດັ່ງກ່າວເປັນຂອງທ້າວຄຳຈັນ ສິລິຍະພັນ.

 

ໂດຍເຈົ້າໜ້າທີ່ໄດ້ຕັ້ງຂໍ້ກ່າວຫາກະທຳຄວາມຜິດຖານລັກລອບເອົາເງິນຕາ (ສະກຸນບາດໄທ) ເຊິ່ງເປັນຂອງຕ້ອງຈຳກັດ ອອກໄປນອກປະເທດ ເປັນການກະທຳຜິດກ່ຽວກັບການລັກລອບໜີພາສີຕາມກົດໝາຍວ່າດ້ວຍພາສີອາກອນ ແລະເປັນຄວາມຜິດຖານຕາມລັດຖະດຳລັດ ປ້ອງກັນແລະປາບປາມການຟອກເງິນຂອງໄທ.

557000009356501557000009356502557000009356503557000009356504557000009356507

 

ຂອບໃຈແຫຼ່ງຂ່າວ: www.manager.co.th

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...