spot_img
Homeຂ່າວຕ່າງປະເທດສະຫະລັດເດືອດ! ຫຼັງຈາກ "ໂດນັລ ທຣັມ" ເຊັນສັ່ງຫ້າມປະຊາຊົນ 7 ປະເທດເຂົ້າສະຫະລັດ

ສະຫະລັດເດືອດ! ຫຼັງຈາກ “ໂດນັລ ທຣັມ” ເຊັນສັ່ງຫ້າມປະຊາຊົນ 7 ປະເທດເຂົ້າສະຫະລັດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 29 ມັງກອນ 2017 ວ່າ ຜູ້ນຳສະຫະລັດປະກາດຄຳສັ່ງຕາມການໃຊ້ອຳນາດພິເສດສູງສຸດຂອງຝ່າຍບໍລິຫານປະເທດ ເມື່ອວັນສຸກ ທີ 27 ມັງກອນ 2017 ທີ່ຜ່ານມາ ໄດ້ອອກຄຳສັ່ງລະງັບການອອກວິຊາໃຫ້ແກ່ພົນລະເມືອງ 7 ປະເທດ ເປັນເວລາ 90 ມື້ໄດ້ແກ່: ອິຣັກ, ອິຫລ່ານ,​ ເຢເມນ, ຊີເຣຍ, ໂຊມາເລຍ ແລະ ຊູດານ ແຕ່ສ່ວນຜູ້ລີ້ໄພຊາວຊີເຣຍແມ່ນຫ້າມເຂົ້າປະ ເທດຢ່າງບໍ່ມີກຳນົດ ພ້ອມທັງລະງັບການຕັ້ງຖິ່ນຖານເປັນເວລາ 120 ມື້.

ມາຕະການດັ່ງກ່າວໄດ້ຮຽກສຽງປະນາມຢ່າງໜັກຈາກຫຼາຍຝ່າຍ ວ່າເປັນການແບ່ງເຊື້ອຊາດ ແລະ ສາສະໜາ. ທ່ານ ບັອບ ວໍຣເກີ ປະທານຄະນະກຳມາທິການວິເທດສຳພັນຂອງວຸດທິສະພາ ເຊິ່ງເປັນຜູ້ສະໜັບສະໜູນ ທຣັມ ມາຕະຫຼອດ ຍັງອອກມາວິຈານນະໂຍບາຍຂອງທຳນຽບຂາວໃນເລື່ອງນີ້ວ່າ “ບໍລິຫານຈັດການໄດ້ແບບຂີ້ຮ້າຍທີ່ສຸດ” ເນື່ອງຈາກບໍ່ມີການຊີ້ແຈງຢ່າງຊັດເຈນກັບແນວທາງປະຕິບັດຕໍ່ພົນລະເມືອງ 7 ປະເທດທີ່ຖືກກີດກັ້ນ.

nn2

ໃນກໍລະນີດັ່ງກ່າວເຮັດໃຫ້ເກີດການປະທ້ວງຕາມສະໜາມບິນຕ່າງໆຫຼາຍແຫ່ງໃນສະຫະລັດ ເນື່ອງຈາກບໍ່ພໍໃຈທີ່ ທຣັມ ໄດ້ສັ່ງລະງັບການເດີນທາງຈາກ 7 ປະເທດ ທີ່ນັບຖືສາສະໜາ ອິສລາມເປັນການຊົ່ວຄາວຢ່າງໜ້ອຍ 90 ມື້ ແລະ ສັ່ງງົດຮັບຜູ້ອົບພະຍົບເຂົ້າໂປແກຣມຍື່ນຂໍສະຖານະຜູ້ລີ້ໄພເປັນເວລາຢ່າງໜ້ອຍ 4 ເດືອນ

ແລະ ຕໍ່ມາໃນວັນທີ 29 ມັງກອນ 2017 ໄອຍະການສານນິວຢອກ ປະກາດພັກການໃຊ້ຄຳສັ່ງພິເສດຂອງປະທານາ ທິບໍດີ ໂດນັລ ທຣັມ ໃນການສັ່ງຫ້າມປະຊາຊົນເດີນທາງມາຈາກ 7 ປະເທດ ທີ່ນັບຖືສາສະໜາ ອິສລາມເຂົ້າສະຫະລັດແລ້ວ ໂດຍປະຊາຊົນທີ່ເຂົ້າມາເຖິງສະຫະລັດແລ້ວ ຫຼື ຢູ່ໃນລະຫວ່າງການເດີນທາງ ຫຼື ມີວິຊ່າຖືກຕ້ອງ ສາມາດເຂົ້າປະເທດໄດ້.

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/552203 ແລະ ລາຍການຂ່າວ ເລື່ອງເລົ່າເຊົ້ານີ້ ທາງຊ່ອງ 3

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...