spot_img
Homeຂ່າວພາຍ​ໃນການສະແດງໃນ ພິທີເປີດ-ປິດ ງານກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ມີຄວາມພ້ອມ 90 ກວ່າເປີເຊັນ

ການສະແດງໃນ ພິທີເປີດ-ປິດ ງານກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ມີຄວາມພ້ອມ 90 ກວ່າເປີເຊັນ

Published on

ເມື່ອຕອນບ່າຍວັນທີ 23 ມັງກອນ ຜ່ານມາ ທີ່ສະໜາມກິລາໂຮງຮຽນ ມສ ສີທ່ານາໄຊ ແຂວງບໍລິຄຳໄຊ ໄດ້ມີພິທີຊ້ອມໃຫຍ່ຂອງ ກ້ອນການລັງການສະແດງ ໃນພິທີເປີດ – ປິດ ງານມະຫາກຳກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ຫຼື “ນົກກົກຄຳ ເກມ 2017” ໂດຍເປັນກຽດ ເຂົ້າຮ່ວມຊົມຂອງ ທ່ານ ບຸນສຸກ ທິລະສັກ ຫົວໜ້າກົມພະລະ ແລະ ສິລະປະສຶກສາ, ທັງເປັນຫົວໜ້າ ຄະນະກຳມະການ ກອງເລຂາງານດັ່ງກ່າວ ແລະ ທ່ານ ໂພເພັດ ກຸນນະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ທັງເປັນຮອງຫົວໜ້າ ອະນຸກຳມະການ ພິທີເປີດ-ປິດ ງານນົກກົກຄຳ ເກມ 2017, ພ້ອມດ້ວຍຄະນະນຳ ທີ່ກ່ຽວຂ້ອງຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ໂພເພັດ ກຸນນະວົງ ໄດ້ກ່າວວ່າ: ກ້ອນກຳລັງສະແດງໃນ ພິທີເປີດ-ປິດ ງານດັ່ງກ່າວນີ້, ໄດ້ມີການກະກຽມ ແລະ ເຝຶກຊ້ອມມາແຕ່ວັນທີ 3 ມັງກອນ 2017. ຄຽງຄູ່ກັນນັ້ນ, ກໍ່ໄດ້ມີການປະຊຸມ ເພື່ອແລກປ່ຽນບົດຮຽນ ແລະ ປັບປຸງຈຸດຍັງຄົງຄ້າງ ມາຢ່າງຕໍ່ເນື່ອງ ຈົນມາຮອດມື້ນີ້ (23 ມັງກອນ) ຈຶ່ງໄດ້ມີການຊ້ອມໃຫຍ່ ໃນສະໜາມຈິງ (ຄັ້ງທຳອິດ), ເຊິ່ງຜ່ານການສັງເກດ ຕີລາຄາເຫັນວ່າ: ກ້ອງກຳລັງດັ່ງກ່າວ ແມ່ນມີຄວາມພ້ອມເຖິງ 90 ກວ່າເປີເຊັນ. ແຕ່ທັງນີ້, ຍັງຈະໄດ້ມີການປັບປຸງ ກ່ຽວກັບເຄື່ອງສຽງ ແລະ ປ່າຍຄຳຂວັນ ຫຼື ໂລໂກຂອງງານ ທີ່ນັກສະແດງໄດ້ຈັບນັ້ນ ໃຫ້ເປັນຕົວຈິງ ໂດຍຄາດວ່າ ໃນມື້ຊ້ອມໃຫຍ່ (26 ແລະ 28 ມັງກອນນີ້) ຈະໃຫ້ສຳເລັດສົມບູນ. ຂະນະດຽວກັນ, ທ່ານ ບຸນສຸກ ທິລະສັກ ໄດ້ກ່າວວ່າ: ຜ່ານການຕິດຕາມເຫັນວ່າ ຄະນະຮັບຜິດຊອບ ແລະ ຄູເຝິກທຸກຄົນ ໄດ້ມີການຕາມຕິດຢ່າງຕັ້ງໜ້າ ແລະ ໃກ້ສິດ, ເຊິ່ງສະແດງອອກບ່ອນວ່າ ກ້ອນກຳລັງທຸກພາກສ່ວນ ແມ່ນໄດ້ເອົາໃຈໃສ່, ເຮັດແທ້ທຳຈິງໃນການເຝິກຊ້ອມ ຈົນມີຜົນສະເລັດໃນຫຼາຍດ້ານ, ເຊິ່ງມາຮອດປັດຈຸບັນ ສາມາດຕີລາຄາໄດ້ວ່າ ມີຄວາມພ້ອມແລ້ວເຖິງ 90 ກວ່າເປີເຊັນ ແລະ ຢືນຢັນກ້ອນກຳລັງສະແດງ ໃນພິທີເປີດ-ປິດດັ່ງກ່າວ ມີຄວາມພ້ອມໃນການເປີດງານ ສູ່ສາຍຕາມວນຊົນທົ່ວປະເທດໄດ້ ໃນວັນທີ 1 ກຸມພາ ນີ້ແນ່ນອນ.

ຂ່າວໂດຍ: ດາວໃໝ່
ຂອບໃຈພາບຈາກ: ນສພ ສຶກສາ-ກິລາ
ແຫຼ່ງຂ່າວຈາກ: http://laosportnews.com/index.php/news/article/1018
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...