spot_img
Homeຊີວິດແລະຄວາມຮັກ5 ວິທີຮັບມືເມື່ອເລີ່ມຮູ້ສຶກຫຶງຫວງຄົນຮັກຫຼາຍຈົນເກີນໄປ

5 ວິທີຮັບມືເມື່ອເລີ່ມຮູ້ສຶກຫຶງຫວງຄົນຮັກຫຼາຍຈົນເກີນໄປ

Published on

ເມື່ອຄວາມສຳພັນຂອງຄົນສອງຄົນກ້າວຜ່ານຄຳວ່າເພື່ອນ ແລະ ກາຍເປັນຄົນພິເສດທີ່ໃຊ້ຄຳວ່າ “ແຟນ” ແລະ ແນ່ນອນວ່າຄຳເວົ້າ ແລະ ການກະທຳກໍ່ຍ່ອມແຕກຕ່າງອອກໄປພ້ອມ ໂດຍສະເພາະອາການຫຶງຫວງຄົນຮັກທີ່ບໍ່ວ່າໃຜກໍ່ຕ້ອງເຄີຍມີຄວາມຮູ້ສຶກແບບນີ້ເກີດຂຶ້ນກັບຕົນເອງແນ່ອນ ແຕ່ການສະແດງອາການຫຶງຫວງຄົນຮັກຫຼາຍຈົນເກີນໄປ ກໍ່ຈະເຮັດໃຫ້ຄົນຮັກເກີດຄວາມຮູ້ສຶກອຶດອັດ ເມື່ອເວລາຜ່ານໄປດົນກໍ່ຈະເຮັດໃຫ້ຄວາມຮັກຂອງທ່ານເກີດບັນຫາຂຶ້ນໄດ້ ສະນັ້ນ ໃນຄໍລຳ ຊີວິດ ແລະ ຄວາມຮັກ ມື້ນີ້ແອັດມິນເລີຍຈະມາບອກ 5 ວິທີຮັບມືເມື່ອເລີ່ມຮູ້ສຶກຫຶງຫວງຄົນຮັກ ໃຫ້ທຸກຄົນໄດ່ອ່ານນຳກັນ ເຊິ່ງຈະມີຂໍ້ໃດແນ່ນັ້ນ ເຮົາມາອ່ານໄປພ້ອມກັນເລີຍ

1. ປຶກສາກັນ ແລະ ລົມກັນແບບຕົງໆໂລດ ເພາະວິທີນີ້ເປັນວິທີທີ່ເຮັດໃຫ້ເຂົາເຂົ້າໃຈຄວາມຮູ້ສຶກຂອງທ່ານຫຼາຍຂຶ້ນ ເຊິ່ງມັນຈະດີກວ່າທີ່ທ່ານຈະເກັບຄວາມຮູ້ສຶກຫຶງຫວງເອົາໄວ້ໃນໃຈ ແລະ ສະແດງອອກດ້ວຍການເຮັດປະຊົດຄົນຮັກ ຫຼື ນຳໄປລາວີຄົນທີ່ທ່ານສົງໃສວ່າມາຫຍຸ້ງກັບຄົນຮັກຂອງທ່ານ

2.  ບໍ່ຄິດຫຼາຍ ບໍ່ຄວນຄິດນ້ອຍຄິດໃຫຍ່ ບໍ່ຄວນສົງໃສຄົນຮັກ ບາງເລື່ອງສິ່ງທີ່ເຫັນກໍ່ອາດຈະບໍ່ເປັນຄືທີ່ສິດກໍ່ໄດ້ ເຮົາຄວນທຳໃຈຢູ່ສາຍກາງ ໃຈເຫດຜົນໃນການພິຈາລະນາເປັນຫຼັກ ໂດຍການທີ່ບໍ່ຕັ້ງຂໍ້ສົງໃສໃນການກະທຳຂອງຄົນຮັກທຸກເລື່ອງ ບໍ່ວ່າຈະເປັນເລື່ອງງານ ຫຼື ຊີວິດສ່ວນຕົວຂອງເຂົາຫຼາຍຈົນເກີນໄປ

3. ໝັ້ນໃຈໃນຕົນເອງ ຈົ່ງຄິດວ່າຕົນເອງມີດີພໍ ເລີ່ມຕົ້ນດ້ວຍການເວົ້າກັບຕົນເອງ ແລະ ບອກຕົວເອງວ່າການຫຶງຫວງນັ້ນເປັນພຽງຄວາມຮູ້ສຶກທີ່ຄວນລົບຖິ້ມໄປ ແລະ ບໍ່ຄວນໃຫ້ເກີດຄວາມຮູ້ແບບນີ້ອີກ ເພາະວິທີນີ້ຈະຊ່ວຍໃຫ້ທ່ານຮູ້ສຶກໝັ້ນໃຈໃນຕົວເອງວ່າຕົວທ່ານຄູ່ຄວນກັບຄວາມຮັກທີ່ຄົນຮັກມອບໃຫ້

4. ອົດທົນໄວ້ເຢັນໄວ້, ຢ່າຟ້າວເວົ້າ, ຢ່າຟ້າວໂວຍວາຍ ແລະ ຢ່າບັງຄັບເຂົາບໍ່ໃຫ້ໄຫຍຸ້ງກັບໃຜ ເພາະທ່ານຕ້ອງເຂົ້າໃຈວ່າຄົນເຮົາມັນຕ້ອງມີສັງຄົມ

5. ຢ່າຄິດຢຶດຕິດກັບເລື່ອງຄວາມຮັກຫຼາຍເກີນ ຄວາມຮັກມີທັງທຸກ ແລະ ສຸກ ສະນັ້ນ ພະຍາຍາມບອກຕົວເອງສະເໝີວ່າ ເຮົາບໍ່ສາມາດເປັນເປັນເຈົ້າຂອງຕົວ ຫຼື ຫົວໃຈ ຂອງຄົນອື່ນໄດ້ຕະຫຼອດໄປ ເພາະໂລກນີ້ບໍ່ມີຫຍັງແນ່ນອນ

5 ຂໍ້ ທີ່ກ່າວມາຂ້າງເທິງນີ້ກໍ່ເປັນພຽງທິດສະດີ ທີ່ບາງຄັ້ງກໍ່ອາດໃຊ້ໄດ້ຜົນ ແລະ ບາງຄັ້ງກໍ່ບໍ່ໄດ້ຜົນ ເພາະມັນຕ້ອງອີງໃສ່ປັດໃຈອື່ນໆນຳ ເຊັ່ນ: ຄົນທີ່ຈະນຳໄປໃຊ້ ແລະ ເຫດການທີ່ໄດ້ພົບ ເພາະຄົນເຮົາມັນກໍ່ມີຄວາມອົດທົນໃນຂີດຈຳກັດທີ່ບໍ່ເທົ່າກັນ ບາງເຫດການຫາກສຸດທົນກໍ່ຄົງຈະບໍ່ວ່າທິດສະດີໃດສາມາດຊ່ວຍຢັບຢັ້ງຄວາມຫຶງຫວງໄດ້ ແຕ່ແອັດມິນກໍ່ຫວັງວ່າ ທຸກຄົນຈະມີສະຕິໃຫ້ຫຼາຍໃນການແກ້ໄຂອາລົມຫຶງຫວງຂອງຕົນເອງ ເພື່ອບໍ່ໃຫ້ເລື່ອງບາງເລື່ອງເກີດຄວາມເຂົ້າໃຈຜິດ ຫຼື ການແຕກຫັກ ໂດຍສະເພາະເລື່ອງຂອງຄວາມຮັກ ແລະ ຮູ້ສຶກ.
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...