spot_img
Home​ຂ່າວບັນເທິງຕົວແທນສາວງາມໃນກຸ່ມປະເທດພູມິພາກອາຊຽນ ທີ່ເຂົ້າປະກວດ Miss Universe 2016

ຕົວແທນສາວງາມໃນກຸ່ມປະເທດພູມິພາກອາຊຽນ ທີ່ເຂົ້າປະກວດ Miss Universe 2016

Published on

ເວທີການປະກວດ MISS UNIVERSE ກຳລັງດຸດເດືອດຂຶ້ນທຸກອົງສາ ເພາະອີກບໍ່ພໍເທົ່າໃດມື້ກໍ່ຈະຮອດ ວັນປະກວດຮອບຕັດສິນ ໃນວັນທີ 30 ມັງກອນ 2017 ແລ້ວ ບັນເທີງ ກັບ ລາວໂພສຕ໌ ມື້ນີ້ແອັດມິນເລີຍຈະແນະນຳ 7 ສາວງາມຕົວແທນ 7 ປະເທດໃນກຸ່ມປະເທດສະມາຊິກອາຊຽນ ທີ່ເຂົ້າປະກວດ Miss Universe 2016 ນີ້ປະເທດ ຟິລິບປິນ ເຖິງແມ່ນວ່າເວທີການປະກວດນີ້ ຈະບໍ່ມີສາວງາມຕົວແທນ ຈາກ ສປປ ລາວ ເຂົ້າໄປຮ່ວມ (ອານາຄົດອາດມີ) ແຕ່ແອັດມິນກໍ່ຍັງຕ້ອງສົ່ງແຮງໃຈໄປເຊຍ ແລະ ລຸ້ນຈົນເຫື່ອໄຫຼໄຄຍ້ອຍ ໄປກັບ 7 ສາວງາມຕົວແທນ 7 ປະເທດໃນເຂດພູມມິພາກອາຊຽນ ແລະ ຢາກໃຫ້ທຸກຄົນຮ່ວມລຸ້ນຮ່ວມເຊຍໄປນຳກັນ

ເຊິ່ງໃນປີນີ້ສາວງາມບໍ່ວ່າຈະເປັນແຕ່ລະປະເທດບໍ່ວ່າ ສາວງາມຈາກປະເທດໄທ, ມຽນມາ, ຫວຽດນາມ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ ແລະ ຟິລິປິນ ຕ່າງກໍ່ມີຄວາມງາມໂດດເດັ່ນທາງດ້ານຮູບຮ່າງໜ້າຕາ, ສັກກະຍະພາບຂອງຮ່າງກາຍ, ຄວາມສາມາດດ້ານພາສາ ແລະ ໄຫວພິບປະຕິພານ ໃນລະດັບມາດຕະຖານສາກົນກັນທັງນັ້ນ ເຊິ່ງຂໍບອກເລີຍວ່າ ສາວງາມຕົວແທນຈາກເຂດພູມິພາກອາຊຽນ ທັງງາມທັງເກັ່ງບໍ່ແພ້ ພູມິພາກໃດໃນໂລກ ເຖິງແມ່ນວ່າຈະໄປປະຊັນຄວາມງາມກັບສາວງາມອີກ 72 ປະເທດທົ່ວໂລກກໍ່ຕາມ, ເອົາເປັນວ່າແອັດຈະບໍ່ເວົ້າຫຼາຍຢາຍຫ່າງໄປກວ່ານີ້ ເຮົາມາເບິ່ງໂສມງາມຂອງທັງ 7 ນາງສາວຕົວແທນຈາກ 7 ປະເທດກັນດີກວ່າ

2850 vnt

bb1 bb2 bb3 bb5 bb6

ເມື່ອເບິ່ງແລ້ວຄິດວ່າສາວງາມຈາກປະເທດໃດມີສິດຜ່ານເຂົ້າໄປໃນຮອບເລິກໆ ແລະ ໃຜພໍຈະມີແວວຕິດໜຶ່ງໃນສາມ, ໜຶ່ງໃນຫ້າ ຫຼື ໜ້າຈະໄດ້ມົງກຸດມາຄອງ ລອງເດົາໄປພ້ອມກັນ

 

ພາບປະກອບຈາກ: Miss Universe
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...