spot_img
Homeຂ່າວພາຍ​ໃນແກ້ຣູບິດ ລະຫວ່າງ "ຄົນ ກັບ ຫຸ່ນຍົນ" ຝ່າຍໃດຈະແກ້ຣູບິດໄດ້ໄວທີ່ສຸດໃນໂລກ

ແກ້ຣູບິດ ລະຫວ່າງ “ຄົນ ກັບ ຫຸ່ນຍົນ” ຝ່າຍໃດຈະແກ້ຣູບິດໄດ້ໄວທີ່ສຸດໃນໂລກ

Published on

ຣູບິດ (Rubik) ເປັນອີກໜຶ່ງກິລາທີ່ມ່ວນ ແລະ ທ້າທາຍຄວາມສາມາດຂອງຜູ້ຫຼິ້ນ ເຊິ່ງກິລາປະເພດນີ້ຜູ້ຫຼິ້ນຈະໄດ້ຝຶກທັງສອງໝອງ ແລະ ສະມາທິ ການຫຼິ້ນ ຣູບິດໃຫ້ເກັ່ງຕ້ອງຜ່ານການຮຽນຮູ້ ແລະ ການຝຶກເປັນເວລາດົນ ການແກ້ໄຂຣູບິດໃຫ້ສຳເລັດໃນເວລາທີ່ໜ້ອຍທີ່ສຸດເປັນຄວາມມັນ, ຄວາມທ້າທາຍ ແລະ ຄວາມພູມໃຈຂອງຜູ້ຫຼິ້ນທຸກຄົນ

ຣູບິດທີ່ໄດ້ຮັບຄວາມນິຍົມແຜ່ຫຼາຍໄປທົ່ວໂລກກໍ່ຄືກັບກິລາປະເພດອື່ນໆ ມີການທຳລາຍສະຖິຕິການແກ້ຣູບິດທີ່ໄວທີ່ສຸດໃນໂລກກັນມາຕະຫຼອດ ແລະ ຊາຍໜຸ່ມໄວອາຍຸ 20 ປີ ຊື່ວ່າ Mats Valk ໄດ້ໂຊການຫຼິ້ນຣູບິດດ້ວຍສີມືລະດັບຂັ້ນເທບ ໂດຍໄດ້ທຳລາຍສະຖິຕິໂລກຄັ້ງຫຼັ້າສຸດເມື່ອວັນທີ 6 ພະຈິກ 2016 ດ້ວຍການໃຊ້ເວລາແກ້ຣູບິດພຽງ 4.74 ວິນາທີ ເຊີນເບິ່ງວິດີໂອນີ້ໄດ້ເລີຍ

ບາດນີ້ເຮົາມາເບິ່ງທາງຝັ່ງຂອງຫຸ່ນຍົນ ເຊິ່ງການແຂ່ງຂັນຣູບິດດ້ວຍຫຸ່ນຍົນກໍ່ມີການທຳລາຍສະຖິຕິໂລກເຊັ່ນດຽວກັນ ຫຸ່ນຍົນທີ່ມີຊື່ວ່າ Sub1 Reloaded ຂອງບໍລິສັດ Infineon Technologies ຈາກປະເທດເຢຍລະມັນ ສ້າງສະຖິຕິໂລກຄັ້ງໃໝ່ໃນງານອິເລັກໂທຣນິກແຟຣ ທີ່ເມືອງ ມິວນິດ ເມື່ອອາທິດທີ່ຜ່ານມາ ດ້ວຍການແກ້ຣູບິດໃຊ້ເວລາພຽງ 0.673 ວິນາທີ ວ້າວ! ເຮົາມາເບິ່ງພ້ອມກັນເລີຍ

 

ແຫລ່ງທີ່ມາຈາກ:  http://www.takieng.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...