spot_img
Homeຂ່າວການພັດທະນາລັດບໍ່ອະນຸຍາດໃຫ້ບໍລິສັດຂາດຄວາມສາມາດເຂົ້າມາປະຕິບັດໂຄງການຂອງລັດເດັດຂາດ

ລັດບໍ່ອະນຸຍາດໃຫ້ບໍລິສັດຂາດຄວາມສາມາດເຂົ້າມາປະຕິບັດໂຄງການຂອງລັດເດັດຂາດ

Published on

ຕໍ່ໄປນີ້ລັດຖະບານຈະບໍ່ໃຫ້ຂະແໜງການຕ່າງໆເລືອກເອົາບໍລິສັດຮັບເໝົາທີ່ຂາດຄວາມສາມາດ ແລະ ບໍ່ໂປ່ງໃສມາຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆຂອງລັດໂດຍເດັດຂາດ. ຫລັງຈາກເຫັນວ່າບັນດາບໍລິສັດໃນລັກສະນະດັ່ງກ່າວເຮັດວຽກບໍ່ມີປະສິດທິພາບ.

ບັນຫາດັ່ງກ່າວໄດ້ມີການກໍານົດແຈ້ງຢູ່ໃນບົດແນະນໍາຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາສົກປີ 2017 ໂດຍໄດ້ລະບຸໃນກໍລະນີທຶນສໍາລັບບັນດາໂຄງການສະເໜີໃໝ່ຂອງບັນດາຂະແໜງການ ແລະ ທ້ອງຖິ່ນໃນປີ 2017

ທີ່ມີມູນຄ່າຫລາຍກວ່າ 457 ຕື້ກີບ, ໂດຍໃຫ້ປະຕິບັດດັ່ງນີ້: ສໍາລັບໂຄງການທີ່ລັດ ແລະ ປະຊາຊົນສົມທົບກັນປະຕິບັດ ກໍໃຫ້ຂະແໜງການກ່ຽວຂ້ອງກວດກາໃຫ້ລະອຽດກ່ຽວກັບລະດັບຄວາມເໝາະສົມໃນການປະກອບສ່ວນຂອງປະຊາຊົນ ແລະ ປະເພດວັດສະດຸທີ່ປະຊາຊົນຈະສົມທົບໂດຍຄໍານຶງເຖິງນະໂຍບາຍ ແລະ ລະບຽບການຕ່າງໆຢ່າງເຄັງຄັດ, ການປະຕິບັດໂຄງການລົງທຶນຂອງລັດຕ້ອງດໍາເນີນການປະມູນຕາມລະບຽບກົດໝາຍວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະ ການບໍລິການດ້ວຍທຶນຂອງລັດ, ເດັດຂາດບໍ່ໃຫ້ຄັດເລືອກເອົາບໍລິສັດຮັບເໝົາກໍ່ສ້າງ, ສະໜອງ ຫລື ບໍລິການແບບຮູບການ ແລະ ຂາດຄວາມໂປ່ງໃສ. ຕ້ອງຮັບປະກັນໃຫ້ໄດ້ບໍລິສັດທີ່ມີຄວາມສາມາດດ້ານວິຊາການ, ມີທຶນຮອນພຽງພໍ, ມີຄວາມຕັ້ງໃຈ, ບັນຫາສໍາຄັນຕ້ອງຮັບປະກັນການປະມູນຢ່າງໂປ່ງໃສ, ຍຸຕິທໍາຖືກຕ້ອງຕາມຂັ້ນຕອນ ແລະ ສອດຄ່ອງກັບນິຕິກໍາກ່ຽວຂ້ອງຕ່າງໆ, ສ່ວນໂຄງການໃດທີ່ມີການປະມູນບໍ່ຖືກຕ້ອງຕາມລະບຽບກົດໝາຍນັ້ນແມ່ນໃຫ້ໂມຄະ ແລະ ພາຍຫລັງໂຄງການຖືກຮັບຮອງ ແລະ ຮອດໄລຍະຈັດຕັ້ງປະຕິບັດ, ເຈົ້າຂອງໂຄງການຕ້ອງແຕ່ງຕັ້ງຄະນະຮັບພິຊອບໂຄງການ, ຊຶ່ງໃຫ້ປະກອບມີຕາງໜ້າຈາກຂະແໜງການເງິນ, ແຜນການ ແລະ ການລົງທຶນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມ ເພື່ອດໍາເນີນຕິດຕາມກວດກາ, ຄຸ້ມຄອງໃຫ້ສອດຄ່ອງກັບເປົ້າໝາຍ, ແຜນງານ ແລະ ສໍາເລັດທັນຕາມກໍານົດເວລາ. ສໍາລັບແຜນການລົງທຶນຂອງລັດປະເພດ 5 ຂອງແຂວງທີ່ໄດ້ຮັບການພິຈາລະນາຮັບຮອງຈາກສະພາປະຊາຊົນຂັ້ນແຂວງ ແລະ ທ່ານເຈົ້າແຂວງໄດ້ລົງລາຍເຊັນໃສ່ແຜນການລົງທຶນແລ້ວ ໃຫ້ພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນຫລວງ ນໍາສົ່ງແຜນລົງທຶນໃຫ້ກະຊວງແຜນການ ແລະ ການລົງທຶນສັງລວມ, ພ້ອມດຽວກັນນີ້ທ່ານເຈົ້າແຂວງ, ເຈົ້າຄອງຕ້ອງອອກແຈ້ງການໃຫ້ບັນດາພະແນກການອ້ອມຂ້າງ ແລະ ເມືອງນໍາເອົາໂຄງການໄປຈັດຕັ້ງປະຕິບັດຢ່າງເປັນທາງການ, ພ້ອມທັງສະຫລຸບລາຍງານເປັນປະຈໍາທຸກໆ 3,6,9 ແລະ 12ເດືອນ. ທັງນີ້ກໍເພື່ອຮັບປະກັນໃຫ້ບັນດາໂຄງການພັດທະນາດັ່ງກ່າວມີຄຸນນະພາບສົມກັບການລົງທຶນຂອງລັດ.

 

ແຫລ່ງຂ່າວຈາກ: http://laophatthananews.blogspot.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...