spot_img
Homeຂ່າວພາຍ​ໃນມາດຕະການແກ້ໄຂ ສິນຄ້າລາຄາແພງຕາມທ້ອງຕະຫຼາດ

ມາດຕະການແກ້ໄຂ ສິນຄ້າລາຄາແພງຕາມທ້ອງຕະຫຼາດ

Published on

20140805135309

 

ຕໍ່​ກັບ​ບັນຫາ​ສິນຄ້າ​ລາຄາແພງ​ຕາມ​ທ້ອງ​ຕະຫຼາດ ​ທີ່​ເປັນ​ບັນຫາ​ຄາ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ປັດຈຸບັນ

ໄດ້​ມີ​ການ​ນຳ​ສະເໜີ​ຂໍ້ຄິດ​ເຫັນ​ໄປ​ຍັງ​ສະພາ ໃນ​ວາລະກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ສະໄໝ​ສາມັນ​ເທື່ອ​ທີ 7

ທີ່​ຜ່ານ​ມາ.  ໃນ​ວັນ​ທີ 05 ສິງຫາ 2014 ທີ່​ສະພາ​ແຫ່ງ​ຊາດ ໄດ້​ຈັດ​ໃຫ້​ມີ​ການຖະແຫຼງ​ຂ່າວ​ຈາກ​ພາກສ່ວນ

ກ່ຽວຂ້ອງ ໂດຍ​ທ່ານ ເຫຼື່ອມ ຍົງ​ວົງ​ສິດທິ ຫົວໜ້າ​ກົມ​ການ​ຄ້າພາຍ​ໃນ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ

ໄດ້​ມາ​ຊີ້​ແຈງ​ເຖິງບັນຫາ​ດັ່ງກ່າວ.

 

ໂອກາດ​ນີ້​ທ່ານ​ກ່າວ​ວ່າ: ວຽກ​ງານ​ຂອງ​ການ​ຄ້າ​ພາຍ​ໃນ ເປັນ​ວຽກ​ງານ​ລະອຽດ​ອ່ອນ ມີ​ຜົນ​ຕໍ່​ການ​ດຳລົງ​ຊີ

ວິດ​ປະຈຳ​ວັນ​ຂອງ​ພໍ່​ແມ່​ປະຊາຊົນ ເຊິ່ງ​ທາງພວກ​ເຮົາ​ກໍ່​ໄດ້​ເອົາໃຈໃສ່​ວຽກ​ງານ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ຕາມ​

ທ້ອງ​ຕະຫຼາດ​ມາ​ໂດຍ​ຕະຫຼອດ ຕາມ​ລະບຽບ​ຂອງ​ລັດຖະບານ ລາຍການ​ທີ່​ພວກ​ເຮົາ​ຄວບ​ຄຸມ​ກໍ່​ມີ​ປະເພດ

ນ້ຳມັນ​ເຊື້ອ​ໄຟ ເຂົ້າ ຊີ້ນ ປາ ບັນດາ​ລາຍການ​ຍ່ອຍ​ອີກ 16 ລາຍການ ​ຕໍ່​ກັບ​ບັນຫາ​ລາຄາ​ເຂົ້າ​ມີ​ລາຄາ​ແພງ​ນີ້

ພວກ​ເຮົາ​ມີ​ການ​ຄວບ​ຄຸມ​ລາຄາເກັບ​ຊື້​ເຂົ້າເປືອກ ​ຕ່ຳ​ສຸດ​ຊື້​ນຳ​ຜູ້ຜະລິດ​ບໍ່​ໃຫ້​ຫຼຸດ 2.500 ກີບ ສູງ​ສຸດ​ບໍ່​ໃຫ້​

ກາຍ 3.500 ກີບ ການ​ຄວບ​ຄຸມ​ລາຄາ​ເຂົ້າເປືອກໃນ​ຕົວ ​ກໍ່​ແມ່ນ​ການ​ຄວບ​ຄຸມ​ລາຄາ​ເຂົ້າສານ​ເຊັ່ນ​ດຽວ​ກັນ

ໂດຍມີ​ການ​ຄວບ​ຄຸມ​ໃນ​ແຕ່​ລະ​ຂັ້ນຕອນ​ຢ່າງ​ເປັນ​ລະບົບ ເຮັດ​ໃຫ້​ລາຄາ​ເຂົ້າ​ໃນ​ທົ່ວ​ປະເທດ​ແມ່ນ​ມີ​ສະພາບ​

ປົກກະຕິ.

 

ສ່ວນ​ຊີ້ນ​ລາຄາ​ແພງ ໂດຍສະເພາະ​ແມ່ນ​ຊີ້ນ​ງົວ-ຄວາຍນັ້ນ​ ມັນ​ສືບ​ເນື່ອງ​ມາ​ຈາກ​ການສະໜອງ​ໃຫ້​ແກ່​ສັງຄົມ

​ບໍ່​ພຽງພໍ ເຊິ່ງ​ມັນ​ກໍ​ປັນ​ສະພາບ​ຄື​ກັນ​ໃນ​ທົ່ວ​ປະເທດ ຕໍ່​ບັນຫາ​ນີ້ ທາງພວກ​ເຮົາ​ກໍ່​ໄດ້​ມີ​ການຈັດຕັ້ງໜ່ວຍ​ງານ

​ເກັບ​ຊື້ຈາກ​ຕ່າງແຂວງ ເພື່ອ​ມາ​ປ້ອນ​ໃຫ້​ນະຄອນຫຼວງ ເຊິ່ງ​ເຫັນ​ວ່າ​ສະພາບ​ຂອງລາຄາ​ແມ່ນ​ເລີ່ມ​ມີ​ສະພາບ

​ປົກກະຕິ​ແລ້ວ ພ້ອມ​ດຽວ​ກັນ​ໃນ​ປັດຈຸ​ບັນ ຕະຫຼາດ​ໃນ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ໜ່ວຍ​ງານ​ລົງໄປ​ກວດ

ກາ​ຕິດຕາມ ມີ​ການ​ຕິດລາຄາ​ສິນຄ້າ​ໃນ​ທຸກ​ປະເພດ ພ້ອມ​ດຽວ​ກັນ​ໃນ​ປັດຈຸບັນ ພວກເຮົາ​ຍັງ​ຈັດ​ສົ່ງ​ພະນັກ

ງານ​ລົງອົບຮົມ​ພະນັກງານ​ວິຊາ​ການ ​ໃນບັນດາ​ແຂວງ​ຕ່າງໆ​ໃນ​ທົ່ວ​ປະເທດ ເພື່ອ​ຍົກ​ລະດັບ​ວຽກ​ງານການ​

ຄວບຄຸມ​ສິນຄ້າ​ໃນ​ແຕ່​ລະປະເພດ.

 

ແຕ່​ເຖິງ​ຢ່າງໃດ​ກໍ່​ດີ​ ຮຽກຮ້ອງ​ມາ​ຍັງ​ພໍ່​ແມ່​ປະຊາຊົນ​ ຕ້ອງຊ່ວຍ​ເປັນ​ຫູ​ເປັນຕາ ພົບ​ເຫັນ​ບັນຫາ​ທີ່​ບໍ່​ຖືກຕ້ອງ ​

ໃຫ້​ແຈ້ງ​ກົມ​ການຄ້າ​ພາຍ​ໃນ ​ຈະ​ໄດ້​ຫາ​ທາງ​ວິທີ​ແກ້ໄຂ ​ປັບໄໝ​ໃສ່​ໂທດ​ຕາມ​ລະບຽບກົດໝາຍ​ທີ່​ວາງ​ອອກ​ຢ່າງ

​ເຄັ່ງ​ຄັດ ເພື່ອ​ຄວາມ​ຖືກຕ້ອງ​ເປັນ​ທຳ​ຕໍ່​ຜູ້​ບໍລິ​ໂພກ.

 

ຂອບໃຈຂ່າວຈາກ: http://vientianemai.net/teen/khao/1/12384

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...