spot_img
Homeຂ່າວຕ່າງປະເທດຈີນສ້າງຝາຜະໜັງກັ່ນກອງຝຸ່ນທີ່ຍາວທີ່ສຸດໃນໂລກ

ຈີນສ້າງຝາຜະໜັງກັ່ນກອງຝຸ່ນທີ່ຍາວທີ່ສຸດໃນໂລກ

Published on

ສຳນັກຂ່າວປະເທດຈີນລາຍງານວ່າ ທີ່ທ່າເຮືອ ສິນຫວງເຕົ່າ ມົນທົນເຫີເປີ່ຍ ທີ່ພາກເໜືອຂອງຈີນ ໄດ້ມີການສ້າງແຜ່ນຝາຜະໜັງກັ່ນກອງຝຸ່ນຂະໜາດໃຫຍ່ຂຶ້ນໃນວັນທີ 27 ທັນວາ 2016 ເຊິ່ງສູງເຖິງ 23 ແມັດ ແລະ ຍາວ 2.9 ກິໂລແມັດ ໂດຍຈະສ້າງເຊື່ອມຕໍ່ ກັບຝາຜະໜັງກັ່ນກອງຝຸ່ນອີກດ້ານໜຶ່ງທີ່ສ້າງອ້ອມກອງຖ່ານຫີນ ແລະ ແຮ່ໃນບໍລິເວນທ່າເຮືອ ເຊິ່ງຫາຝາຜະໜັງກັ່ນກອງຝຸ່ນທ່າເຮືອນີ້ສ້າງສຳເລັດກໍ່ຈະເຊື່ອມຕໍ່ກັບຝາຜະໜັງກັ່ນກອງຝຸ່ນຂອງທ່າເຮືອ ເກົ໋າເຟີຍຕຽນ ເມືອງ ຖັງຊານ ແລະ ທ່າເຮືອຮວງຫົວ ເມືອງຊາງໂຈ ລວມ 3 ທ່າເຮືອ ເຊິ່ງຈະມີຄວາມຍາວເຖິງ 17 ກິໂລແມັດ ແລະ ຈະກາຍເປັນຝາຜະໜັງກອງຝຸ່ນທີ່ຍາວທີ່ສຸດໃນໂລກ

96-66

ຂ່າວຈາກ: http://news.sanook.com/2149238/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...