spot_img
Homeຂ່າວການສຶກສາມະຫາວິທະຍາໄລທົ່ວປະເທດ ຮັບ ນ/ສ 8,236 ຄົນ ຫຼຸດປີກາຍ 1,000 ກ່ວາໂກຕາ ດັນນັກຮຽນເຂົ້າຮຽນອາຊີວະ ພັດທະນາປະເທດຊາດ!

ມະຫາວິທະຍາໄລທົ່ວປະເທດ ຮັບ ນ/ສ 8,236 ຄົນ ຫຼຸດປີກາຍ 1,000 ກ່ວາໂກຕາ ດັນນັກຮຽນເຂົ້າຮຽນອາຊີວະ ພັດທະນາປະເທດຊາດ!

Published on

NUOL_Entrance_Test_2014
ພາບນັກຮຽນ ກຳລັງນັ່ງສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ມືວານນີ້ (5 ສິງຫາ 2014)

 

ໃນສົກຮຽນປິນີ້ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ໂກຕານັກຮຽນ ສຳລັບມະຫາວິທະຍາໄລສີ່ແຫ່ງທົ່ວປະເທດ

ມີພຽງ 8.236 ຄົນ, ຊຶ່ງຫລຸດປີຜ່ານມາກວ່າ 1.000 ໂກຕາ ໃນຂະນະທີ່ຈຳນວນນັກຮຽນທີ່ຈົບມັດທະຍົມປາຍທົ່ວປະ

ເທດມີປະມານ 48.000 ກວ່າຄົນ.

 

ທ່ານ ສີທອງ ສີຂາວ, ຫົວໜ້າພະແນກແຜນການ, ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ ໃຫ້ສຳພາດ

ທາງໂທລະສັບມື້ວານນີ້ວ່າ ( 4 ສິງຫາ ): ປີນີ້ທາງກະຊວງໄດ້ຫລຸດໂກຕານັກຮຽນມະຫາວິທະຍາໄລລົງ ເນື່ອງຈາກວ່າ

ພວກເຮົາຕ້ອງການສົ່ງເສີມໃຫ້ບັນດານັກຮຽນທີ່ຮຽນຈົບໃຫມ່ ເຂົ້າຮຽນໂຮງຮຽນອາຊີວະສຶກສາໃຫ້ຫລາຍຂຶ້ນເພື່ອ

ເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

 

ການສອບເສັງເຂົ້າມະຫາວິທະຍາໄລທັງສີ່ແຫ່ງນີ້ ຈະເລີ່ມພາຍໃນເດືອນສິງຫາ ໂດຍແມ່ນມະຫາວິທະຍາໄລແຫ່ງຊາດ

ກ່ອນຫມູ່ຄືສອບເສັງໃນວັນທີ 5-6 ເດືອນສິງຫານີ້, ຕໍ່ມາແມ່ນມະຫາວິທະຍາໄລຈຳປາສັກ (12-13) ເດືອນສິງຫາ, ມະ

ຫາວິທະຍາໄລສຸພານຸວົງ (19-20) ແລະ ມະຫາວິທະຍາໄລສະຫວັນນະເຂດ (26-27).

 

ສຳຫລັບມະຫາວິທະຍາໄລແຫ່ງຊາດ ຄາດວ່າຈະມີນັກຮຽນເຂົ້າເສັງປະ ມານ 15.000 ຄົນ ແຕ່ວ່າຈະຮັບ ເອົາພຽງ 5.154

ຄົນເທົ່ານັ້ນ, ໃນນັ້ນມີທຶນການສຶກສາຈໍານວນ 1.107 ທຶນ ແລະ ສ່ວນທີ່ເຫລືອ ແມ່ນໄດ້ສອບເສັງເຂົ້າ ແລະ ຈ່າຍຄ່າຮຽນ

ປົກະຕິ.

 

ນັກຮຽນ ສ່ວນຫລາຍແມ່ນລົງທະບຽນຮຽນຢູ່ໃນຄະນະເສດຖະສາດ – ການຄຸ້ມຄອງ, ນິຕິສາດ – ລັດຖະສາດ, ອັກສອນ

ສາດ ແລະ ຄະນະວິທະຍາສາດສັງຄົມ, ສ່ວນຄະນະກະເສດສາດນັ້ນມີພຽງຈຳນວນຫນ້ອຍທີ່ສົນໃຈ.

 

ສຳລັບ ໂຕເລກທີ່ຍັງເຫລືອນັ້ນແມ່ນໂກຕາຂອງອີກສາມມະຫາວິທະຍາໄລຄື: ມະຫາວິທະຍາໄລຈຳປາ ສັກແມ່ນ 705 ຄົນ, ມະຫາວິທະຍາໄລສຸພານຸວົງຈະຮັບເອົານັກ ຮຽນ 1.258 ຄົນ ແລະ ມະຫາວິທະຍາໄລສະຫວັນນະເຂດແມ່ນ 849 ຄົນ.

 

ທ່ານ ສີທອງກ່າວຕື່ມວ່າ: ນອກຈາກລະບົບປົກກະຕິແລ້ວ, ກະຊວງສຶກສາທິການ ແລະ ກິລາ ຍັງໃຫ້ໂກຕາອີກ 1.130 ຄົນ

ສຳຫລັບພະນັກງານໃນແຕ່ລະກະຊວງ ແລະ ແຂວງຕ່າງໆໃນທົ່ວປະເທດ ເພື່ອສືບຕໍ່ຍົກລະດັບການສືກສາຂອງເຂົາເຈົ້າ

ສຳລັບຫລັກສູດປະລິນຍາຕີຕໍ່ເນື່ອງ ຢູ່ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລຈຳປາສັກ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/08/8200.html

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...