spot_img
Homeຂ່າວຕ່າງປະເທດໄຟໄໝ້ຄ້າຍຄຸມຂັງໃນອີຣ່ານ ນັກໂທດເສຍຊີວິດຢ່າງໜ້ອຍ 11 ຄົນ

ໄຟໄໝ້ຄ້າຍຄຸມຂັງໃນອີຣ່ານ ນັກໂທດເສຍຊີວິດຢ່າງໜ້ອຍ 11 ຄົນ

Published on

557000009214002

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ມີນັກໂທດເສຍຊີວິດຢ່າງໜ້ອຍ 11 ຄົນ ຈາກການຂາດອາກາດຫາຍໃຈ

ແລະ ໃນຂະນະອີກ 14 ຄົນ ຖືກນຳໂຕສົ່ງໂຮງໝໍ ຫຼັງໄດ້ສູດດົມຄວັນທີ່ເກີດຈາກເຫດເພີງໄໝ້ຄັ້ງໃຫຍ່ພາຍໃນ

ຄ້າຍຄຸມຂັງ ຊາ ອີ ກອດ ທາງພາກກາງຂອງປະເທດອີຣ່ານ.

 

ທ່ານ ອັດກາ ຈາຮັນກີ ຜູ້ບັນຊາການຄ້າຍຄຸມຂັງດັ່ງກ່າວ ໄດ້ອອກມາເປີດເຜີຍໃນວັນອັງຄານ 5 ສິງຫາ 2014

ຜ່ານມານີ້ ໃນລະຫວ່າງທີ່ເຂົາໄດ້ເຂົ້າຮ່ວມການສຳມະນາດ້ານສິດທິມະນຸດຢູ່ນະຄອນຫຼວງເຕເຮຣານວ່າ ເຫດ

ເພີງໄໝ້ດັ່ງກ່າວນີ້ ເກີດຂຶ້ນໃນຕອນບ່າຍຂອງວັນຈັນທີ 4 ສິງຫາ 2014 ເຊິ່ງມີສາເຫດມາຈາກຄວາມພະຍາ

ຍາມວາງເພີງຂອງເຫຼົ່ານັກໂທດ, ແຕ່ຢືນຢັນບໍ່ມີການປະເຊີນໜ້າ ຫຼື ປະທະກັນ ລະຫວ່າງບັນດານັກໂທດກັບ

ເຈົ້າໜ້າທີ່ຂອງຄ້າຍຄຸມຂັງແຕ່ປະການໃດ.

 

ເຖິງຢ່າງໃດກໍຕາມ ເວັບໄຊຂ່າວຂອງຝ່າຍຕໍ່ຕ້ານລັດຖະບານໃນອີຣ່ານລາຍງານວ່າ ເຫດເພີງໄໝ້ທີ່ມີຕົ້ນຕໍ

ມາຈາກການທີ່ນັກໂທດຈູດໄຟເຜົາເສື້ອຜ້າ ແລະ ບ່ອນນອນຄັ້ງນີ້ ເກີດຂຶ້ນມາຈາກຄວາມຄຽດແຄ້ນຂອງບັນ

ດານັກໂທດ ທີ່ເຫັນໝູ່ເພື່ອນຜູ້ຕ້ອງຂັງຂອງຕົນເອງ ຖືກເຈົ້າໜ້າທີ່ຄ້າຍຄຸມຂັງລົງໂທດ ຫຼັງຈາກທີ່ເຂົາໄດ້ປະ

ທ້ວງເຖິງສະພາບຄວາມເປັນຢູ່ທີ່ເຊື່ອມຊາມໃນຄ້າຍຄຸມຂັງ ພ້ອມກັບກ່າວຫາເຈົ້າໜ້າທີ່ຂອງຄ້າຍຄຸມຂັງວ່າ

ຂັດຂວາງບໍ່ໃຫ້ເຈົ້າໜ້າທີ່ດັບເພີງ ແລະ ລົດໂຮງໝໍເຂົ້າໄປພາຍໃນອີກດ້ວຍ.

 

ດ້ານສຳນັກຂ່າວຂອງລັດຖະບານອີຣ່ານເອງໄດ້ລາຍງານວ່າ ໃນຂະນະນີ້ທາງການໄດ້ສັ່ງທີມສອບສວນໄປຍັງຄ້າຍ

ຄຸມຂັງດັ່ງກ່າວແລ້ວ ເພື່ອສືບສວນເຖິງເຫດການທີ່ເກີດຂຶ້ນ.

 

ທັງນີ້ ໂສກນາຕະກຳທີ່ເກີດຂຶ້ນຄັ້ງລ່າສຸດ ຖືເປັນເລື່ອງສະຫຼົດໃຈພາຍໃນຄ້າຍຄຸມຂັງ ທີ່ເກີດຂຶ້ນເປັນເທື່ອທີ 2

ແລ້ວ ໃນໄລຍະພຽງ 3 ເດືອນ ຫຼັງຈາກກ່ອນໜ້ານີ້ມີລາຍງານວ່າ ເຈົ້າໜ້າທີ່ຄ້າຍຄຸມຂັງກໍ່ເຫດທຳຮ້າຍນັກໂທດ

ພາຍໃນຄ້າຍຄຸມຂັງເອວິນ ຂອງນະຄອນຫຼວງເຕເຮຣານ.

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...