spot_img
Homeເກັບຕົກ-ເລື່ອງແປກສຸດແປກ! ພະຍາບານແຂ້ວສາວ ກິນຟອງນ້ຳກັບສະບູ ເປັນອາຫານຈານເດັດ!

ສຸດແປກ! ພະຍາບານແຂ້ວສາວ ກິນຟອງນ້ຳກັບສະບູ ເປັນອາຫານຈານເດັດ!

Published on

news08-1

 

ພະຍາບານທັນຕະກຳສາວ ອາຍຸ 21 ປີ ນາງ ເຄີຣີ່ ເຜີຍລົດນິຍົມການຮັບປະທານອາຫານສຸດແປກຂອງນາງ

ໂດຍມັກຮັບປະທານ ຟອງນ້ຳ ແລະ ສະບູ ເປັນຊີວິດຈິດໃຈ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ສາວອາຍຸ 21 ປີ ຊື່ນາງ ເຄີຣີ່ ພະຍາບານທັນຕະກຳ ຜູ້ມີລົດນິຍົມແປກ

ບໍ່ຄືໃຜ ໂດຍນາງເປີດເຜີຍກັບວາລະສານ The Sun ວ່າ ນາງມັກກິນຟອງນ້ຳ ແລະ ສະບູ ຫຼາຍເປັນຊີວິດຈິດ

ໃຈ ເຊິ່ງຕະຫຼອດຊີວິດຂອງນາງ ແມ່ນເລີ່ມມີລົດນິຍົມແປກໆແບບນີ້ ໄດ້ກິນຟອງນ້ຳໄປແລ້ວກ່ວາ 4,000

ອັນ ແລະ ສະບູອີກກ່ວາ 100 ກ້ອນ, ແຕ່ແນ່ນອນວ່າ ສິ່ງທີ່ນາງຮັບປະທານມັນເຂົ້າໄປນັ້ນ ບໍ່ໄດ້ຊ່ວຍດູແລ

ຫຼື ຮັກສາສຸຂະພາບໃນຊ່ອງປາກຂອງນາງເລີຍ.

 

ທັງນີ້ ສາວ ເຄີຣີ່ ຍັງໄດ້ເປີດເຜີຍອີກວ່າ ນາງເລີ່ມມີລົດນິຍົມແປກໆນີ້ ເມື່ອປີ 2008 ໂດຍໃນຕອນທຳອິດ

ນາງບໍ່ຄິດທີ່ຈະບອກກ່າວກັບໃຜ ກ່ຽວກັບຄວາມປະຫຼາດທີ່ເກີດຂຶ້ນໃນໂຕຂອງນາງ, ແຕ່ຫຼັງຈາກຜ່ານໄປ

1 ອາທິດຕໍ່ມາ ນາງກໍໄດ້ກິນຟອງນ້ຳໄປແລ້ວກ່ວາ 9 ອັນ ແລະ ສະບູອີກຫຼາຍກິໂລ ເຊິ່ງຫາກມື້ໃດທີ່ນາງຈະ

ຕ້ອງໄດ້ອອກໄປທາງນອກ ນາງກໍຈະນຳເອົາຟອງນ້ຳຕັດເປັນຕ່ອນນ້ອຍໆ ພ້ອມກັບຕ່ອນໝາກເລັ່ນ ແລະ

ຊັອດບາບີຄິວໄປນຳພ້ອມ.

 

ຢ່າງໃດກໍຕາມ ບໍ່ແມ່ນວ່ານາງຈະກິນແຕ່ຟອງນ້ຳ ແລະ ສະບູພຽງຢ່າງດຽວເທົ່ານັ້ນ ເພາະນາງກໍຮັບປະທານ

ອາຫານອື່ນໆທົ່ວໄປເປັນປົກກະຕິ ພຽງແຕ່ວ່ານາງຈະຮັບປະທານຟອງນ້ຳ ແລະ ສະບູ ຫຼາຍກ່ວາເປັນພິເສດ

ເທົ່ານັ້ນເອງ.

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...