spot_img
Homeຂ່າວເຫດການປະທານປະເທດ ຕ້ອນຮັບທູດຍື່ນສານຕາຕັ້ງ

ປະທານປະເທດ ຕ້ອນຮັບທູດຍື່ນສານຕາຕັ້ງ

Published on

ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ໄດ້​ຕ້ອນຮັບ​ການເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ​ຂອງ​ເອກ​ອັກຄະ​ລັດ​ຖະ​ທູດ​ປະເທດ​ເພື່ອນ​ມິດຄົນ​ໃໝ່ ປະຈຳ ​ສປປ ລາວ ແລະ ມອບ​ສານ​ແຕ່ງຕັ້ງ​ເອກ​ອັກ​ຄະ​ລັດຖະ​ທູດ ​ສປປ ລາວ ຄົນ​ໃໝ່ ໄປປະຈຳ​ຢູ່​ປະເທດ​ເພື່ອນ​ມິດ ໃນເວລາ 9:00 ໂມງຂອງວັນ​ທີ 28 ທັນວາ 2016 ຢູ່​ທຳນຽບ​ປະທານ​ປະເທດ ເຊິ່ງໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Pablo Antonio Rodriguez Vidal ເອກ​ອັກຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ ກູ​ບາ ຄົນ​ໃໝ່ ປະຈຳ ​ສປປ ລາວ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ ລາວ-ກູ​ບາ ເປັນປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ມີການ​ພົວພັນ​ຮ່ວມ​ມື​ທີ່​ມີ​ມູນເຊື້ອອັນ​ດີງາມ​ແຕ່​ດົນ​ນານ ເຊິ່ງ​ເກີດຂຶ້ນ​ບົນ​ພື້ນຖານ​ອຸດົມ​ການ​ສັງຄົມນິຍົມ ສອງ​ປະເທດ​ໄດ້​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ​ໃນວັນ​ທີ 4 ພະຈິກ 1974 ການ​ພົວພັນ​ລະຫວ່າງ​ສອງ​ປະເທດ ​ໄດ້​ຮັບການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ສະເພາະ ການ​ແລກປ່ຽນຄະນະ​ຜູ້​ແທນ ການ​ຮ່ວມ​ມື​ດ້ານການ​ພັດທະນາ​ຊັບພະຍາກອນມະນຸດ ດ້ານ​ເສດຖະກິດ-ການ​ຄ້າ ແລະ ດ້ານ​ວັດທະນະທຳ-ການສຶກ​ສາ ແລະ ອື່ນໆ.

ເວລາ​ຕໍ່​ມາ​ໄດ້​ຕ້ອນຮັບ​ທ່ານ Nguyen Ba Hung ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ສສ ຫວຽດນາມ ຄົນ​ໃໝ່ ປະຈຳ ​ສປປ ລາວ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຕັ້ງ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ລາວ-ຫວຽດນາມ ມີ​ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນເຊື້ອຄວາມ​ສາມັກຄີພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ເປັນ​ຮູບ​ການ​ພົວພັນ​ເປັນແບບ​ໜຶ່ງ​ດຽວ​ໃນ​ໂລກ ສອງ​ປະເທດ​ມີ​ການ​ພົວພັນ​ດ້ານ​ການເມືອງ​ທີ່​ດີເລີດ​ໃນ​ທຸກ​ລະດັບ ໂດຍສະເພາະໃນ​ປີ 2017 ຈະ​ມີ​ການສະເຫຼີມສະຫຼອງ​ສອງ​ວັນ​ປະຫວັດ​ສາດຄື: 55 ປີ ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ແລະ 40 ປີ ວັນ​ເຊັນ​ສົນທິສັນຍາ​ມິດຕະ​ພາບ ເຊິ່ງ​ສອງ​ປະເທດ​ຈະ​ມີຫຼາຍ​ກິດຈະກຳ​ໃນ​ການ​ສະເຫຼີມສະຫຼອງ.

ເວລາ​ຕໍ່​ມາ ​ທ່ານ​ປະທານ​ປະເທດ ກໍ່​ໄດ້​ມອບ​ສານ​ແຕ່ງຕັ້ງ​ໃຫ້ແກ່​ທ່ານ ຢົງ ຈັນທະ​ລັງສີ ເປັນເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ສປປ ລາວ ປະຈຳ​ປະເທດ​ຝຣັ່ງ ແລະ ທ່ານ ຄຳ​ອິນ ຄິດ​ຈະ​ເດດ ເປັນ​ເອກ​ອັກຄະ​ລັດ​ຖະ​ທູດ​ແຫ່ງ ​ສປປ ລາວ ປະຈຳ​ປະເທດ​ສະ​ວິດ ຕື່ມ​ອີກ.

ຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...