spot_img
Homeປ່ອງຢ້ຽມດວງດາວ10 ດວງດາວທີ່ໃຫຍ່ທີ່ສຸດໃນຈັກກະວານເທົ່າທີ່ເຄີຍພົບເຫັນ

10 ດວງດາວທີ່ໃຫຍ່ທີ່ສຸດໃນຈັກກະວານເທົ່າທີ່ເຄີຍພົບເຫັນ

Published on

ໃນຄໍລຳ ປ່ອງຢ້ຽມດວງດາວ ມື້ນີ້ ແອັດມິນຈະມາແນະນຳ 10 ດວງດາວທີ່ໃຫຍ່ທີ່ສຸດໃນຈັກກະວານເທົ່າທີ່ເຄີຍພົບເຫັນ ໃຫ້ແຟນເພສໄດ້ຮູ້ຈັກໄປພ້ອມກັນ ເຊິ່ງຈະມີດວງດາວໃດແນ່ນັ້ນ ເຮົາມາເບິ່ງນຳກັນເລີຍ

1. NML Cygni

NML Cygni ຫຼື V1489 Cygni ດາວສີແດງຂະໜາດໃຫຍ່ຄືດາວທີ່ໃຫຍ່ທີ່ສຸດທີ່ຖືກຄົ້ນພົບໃນຕອນນີ້ ໂດຍຂະໜາດຂອງມັນໃຫຍ່ກວ່າດວງຕະເວັນທີ່ເຮົາຮູ້ຈັກກັນເຖິງ 1,650 ເທົ່າ ແລະ ມີເສັ້ນຜ່ານສູນກາງປະມານ 2.3 ພັນລ້ານກິໂລແມັດ

2. WOH G64

ດາວທີ່ໃຫຍ່ທີ່ສຸດ ເຊິ່ງຢູ່ໃນເມກແມເຈລແລນໃຫຍ່ ດາລາຈັກບໍລິວານຂອງທາງຊ້າງເຜືອກນີ້ ມີຂະໜາດກາງໃຫຍ່ກວ່າດວງຕະເວັນເຖິງ 1,540 ເທົ່າ

3. VX Sagittarii

ມັນຢູ່ເຄິ່ງກາງລະຫວ່າງດາວປະເພດ Supergiant ແລະ Hypergiant ດ້ວຍຂະໜາດທີ່ໃຫຍ່ກວ່າດວງຕະເວັນເຖິງ 1,520 ເທົ່າ

4. KW Sagittarii

ຍ້ອນມັນມີຂະໜາດໃຫຍ່ກວ່າດວງຕະເວັນເຖິງ 1,460 ເທົ່າ ເຮັດໃຫ້ມັນເປັນໜຶ່ງໃນດວງດາວທີ່ມີຂະໜາດໃຫຍ່ທີ່ສຸດເທົ່າທີ່ເຄີຍພົບມາໃນຂະນະທີ່ດາວນີ້ຢູ່ຫ່າວໄກຈາກດວງຕະເວັນເຖິງ 10,000 ປີແສງ ແລະ ມີຄວາມສະຫວ່າງຫຼາຍກວ່າດວງຕະເວັນເຖິງ 360,000 ເທົ່າ

5. KY Cygni

ຄາດກັນວ່າດາວໃນກຸ່ມດາວຫົງຈະມີຂະໜາດໃຫຍ່ກວ່າດວງຕະເວັນເຖິງ 1,420 ເທົ່າຂຶ້ນໄປ ແລະ ບໍ່ພຽງແຕ່ເປັນໜຶ່ງໃນດາວທີ່ໃຫຍ່ທີ່ສຸດເທົ່ານັ້ນ ມັນຍັງເປັນດາວທີ່ສ່ອງແສງສະຫວ່າງຫຼາຍທີ່ສຸດອີກດ້ວຍ ດາວນີ້ມີຄວາມສະຫວ່າງຫຼາຍກວ່າດວງຕະເວັນເຖິງ 300,000 ເທົ່າ ໂດຍດາວດວງນີ້ມີໄລຍະຫ່າງຈາກໂລກປະມານ 5,000 ປີແສງ

6. Westerlund 1

ຫຼືທີ່ເອີ້ນຫຍໍ້ໆວ່າ Wd1 ຄືກຸ່ມດາວທີ່ຢູ່ທາງຊ້າງເຜືອກ ຫ່າງຈາກພື້ນໂລກປະມານ 16,000 ປີແສງ ແລະ ມີຂະໜາດໃຫຍ່ກວ່າດວງຕະເວັນປະມານ 1,951-2,544 ເທົ່າ ຄວາມຈິງແລ້ວມັນມີຄວາມໜາແໜ້ນຫຼາຍທີ່ສຸດໃນກາແລັກຊີ ແລະ ຖືກຄົ້ນພົບມາຕັ້ງແຕ່ປີ 1961 ໂດຍ ເບນ ເວສເທີລັນ

7. VY Canis Majoris

VY Canis Majoris ເປັນດາວທີ່ໃຫຍ່ກວ່າດວງຕະເວັນເຖິງ 2,000 ເທົ່າ ມີອຸນຫະພູມທີ່ 3,200 ອົງສາ ແລະ ແສງສະຫວ່າງຫຼາຍກວ່າດວງຕະເວັນເຖິງ 5 ແສນເທົ່າ

8. VV Cephei A

ດາວທີ່ຢູ່ໄກອອກໄປເຖິງ 5,000 ປີແສງ ຄືໜຶ່ງໃນດາວທີ່ໃຫຍ່ທີ່ສຸດໃນກຸ່ມດາວ ເຊເຟອຸສ ເຊິ່ງມັນມີຣັດສະໝີປະມານ 1,050-1,900 ແລະ ເປັນດາວໃນກຸ່ມ VV Cephei ເຊິ່ງມີຄວາມສະຫວ່າງ ແລະ ຮູບຮ່າງບໍ່ຄົງທີ່

9. Mu Cephei

ອີກດວງທີ່ພົບວ່າຢູ່ໃນກຸ່ມດາວເຊເຟອຸສ ແລະ ມີຂະໜາດໃຫຍ່ຈົນໜ້າງຶດງໍ້ ມັນເປັ່ງແສງສະຫວ່າງກວ່າດວງຕະເວັນເຖິງ 100,000 ເທົ່າ ຕ້ອງໃຊ້ດວງຕະເວັນເປັນພັນໆດວງເຖິງມາທຽບຂະໜາດຂອງມັນໄດ້

10. Pistol Star

ຄົ້ນພົບດາວດວງນີ້ຄັ້ງທຳອິດເມື່ອປີ 1991 ຜູ້ຄົນຕ່າງພາກັນເຊື່ອວ່າມັນດາວທີ່ໃຫຍ່ທີ່ສຸດ ຈົນເມື່ອໄດ້ມີການປະກົດຕົວຂອງ R136a1 ໂດຍດາວທີ່ຢູ່ຫ່າງໄກຈາກພື້ນໂລກເຖິງ 25,000 ປີແສງ ຄາດວ່າມີຄວາມໜາແໜ້ນເໜືອກວ່າດວງຕະເວັນ 80-150 ເທົ່າ ສະຫວ່າງກວ່າ 10 ລ້ານເທົ່າ ແລະ ເສັ້ນໂຄຈອນຂອງມັນຍາວກວ່າວົງຈອນທີ່ໂລກໂຄຈອນຮອບດວງຕະເວັນອີກດ້ວຍ

 

ທີ່ມາຈາກ: http://men.kapook.com/view67501.html
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40...

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...