spot_img
HomeBaby-ແມ່ແລະເດັກວິທີປິ່ນປົວຜື່ນກາກ ຫຼື ເກື້ອນນ້ຳນົ້ມທີ່ໜ້າເດັກນ້ອຍ

ວິທີປິ່ນປົວຜື່ນກາກ ຫຼື ເກື້ອນນ້ຳນົ້ມທີ່ໜ້າເດັກນ້ອຍ

Published on

ຜື່ນທີ່ຂຶ້ນຕາມຜິວໜ້ານ້ອຍເຊິ່ງພໍ່ແມ່ບາງຄົນອາດຈະຄິດວ່າລູກເປັນກາກ ຫຼື ເກື້ອນນ້ຳນົມ ແຕ່ບາງເທື່ອລູກອາດແພ້ສານເຄບາງຊະນິດ ຫຼື ລູກມີອາການພູມແພ້ບາງຢ່າງກໍ່ມີ ສະນັ້ນເມື່ອເຫັນຜື່ນຕຸ່ມຂຶ້ນທີ່ໜ້າຂອງລູກສິ່ງທີ່ຄວນເຮັດທຳອິດ ແມ່ນພາລູກໄປພົບແພດເພື່ອກວດໃຫ້ລະອຽດກ່ອນ ວ່າຜື່ນແດງໆທີ່ຂຶ້ນຢູ່ໜ້າລູກນັ້ນ ເປັນພຽງກາກນົມ ຫຼື ເປັນຜື່ນທີ່ກ່ຽວກັບໂຣກຜິວໜັງ ຈິ່ງຄ່ອຍຮັກສາຕາມອາການຕົວຈິງ

ສຳລັບພໍ່ແມ່ຄົນໃດທີ່ໝັ້ນໃຈແລ້ວວ່າ ຜືນທີ່ຂຶ້ນຢູ່ໜ້າລູກນ້ອຍນັ້ນ ເປັນຜື່ນກາກເກືອນນ້ຳນົມແທ້ ວັນນີ້ໃນຄໍລຳ ແມ່ ແລະ ລູກ ແອັດມິນກໍ່ມີວິທີການປິ່ນປົວຜື່ນດັ່ງກ່າວນັ້ນມາຝາກກັນ

  1. ເວລາເຮັດຄວາມສະອາດໃຫ້ລູກຄວນເລືອກໃຊ້ສະບູອ່ອນໆ ເຊັ່ນ: ສະບູສຳລັບເດັກນ້ອຍ
  2. ທາຄີມກັນແດດທີ່ມີ SPF ສູງ ແລະ ຫຼີກລ່ຽງແສງແດດ ຜື່ນກາກນ້ຳນົມຈະເປັນໆຫາຍໆ ພາຍໃນ 1-2 ປີ ແຕ່ບໍ່ເປັນອັນຕະລາຍຕໍ່ລູກນ້ອຍ ແລະ ບໍ່ຕິດຕໍ່ໃສ່ຄົນອື່ນ
  3. ທາຄີມບຳລຸງຜິວເປັນຜະລິດຕະພັນສຳເລັບເດັກນ້ອຍໃຫ້ລູກ
  4. ຢ່າເກົາ, ຢ່າແກະ ບໍລິເວນເປັນຜື່ນ ຫຼື ຕຸ່ມໃສໆນັ້ນເດັດຂາດ
  5. ຄວນເຊັດເບົາໆທີ່ບໍລິເວນເກີດຜື່ນ ໃນເວລາເຮັດຄວາມສະອາດ ເພື່ອບໍ່ໃຫ້ເກີດອາການອັກເສບ
  6. ຕັດເລັບມືໃຫ້ລູກສະເໝີ ເພື່ອປ້ອງກັນບໍ່ໃຫ້ລູກເກົາຈົນໜັງລອກ
  7. ພໍ່ແມ່ຕ້ອງທຳຄວາມສະອາດໃຫ້ລູກ ຢ່າໃຫ້ລູກເປື້ອນ ຫຼື ໝອງເດັດຂາດ

ຫາກພໍ່ແມ່ທ່ານໃດທີ່ມີລູກເປັນກາກນ້ຳນົມກໍ່ສາມາດເອົາວິທີທີ່ກ່າວມາຂ້າງເທິງນີ້ໄປປະຕິບັດລອງເບິ່ງ ຮັບຮອງວ່າຜື່ນກາກນ້ຳນົມທີ່ຢູ່ໜ້າລູກຈະຫາຍໄປແນ່ນອນ

ຂໍ້ມູນຈາກ: http://www.herkid.com/view/8777/

ຕິດຕາມນານາສາລະ ກົດໄລຄ໌ເລີຍ!


 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...