Homeຂ່າວພາຍ​ໃນໂຣດັລໂດ້ ຄ້ວາລາງວັນນັກເຕະດີເດັ່ນແຫ່ງປີ 2016

ໂຣດັລໂດ້ ຄ້ວາລາງວັນນັກເຕະດີເດັ່ນແຫ່ງປີ 2016

Published on

ວາລລະສານ ຟຣອງຊ໌ ຟຸດບອລ ປະກາດລາງວັນນັກເຕະບານດີເດັ່ນແຫ່ງປີ 2016 ຫຼື ບັລລົງດໍຣ ເຊິ່ງມີ 3 ນັກເຕະທີ່ມີຊື່ເຂົ້າຊິງລາງວັນດັ່ງກ່າວ ເຊັ່ນ: ຄຣິສຕຽນໂນ່ ໂຣນັລໂດ້, ລີໂອເນລ ເມສຊີ ແລະ ອອງຕວນ ກຣີຊມັນ ປະກົດວ່າ ໂຣນັລໂດ້ ຄ້ວາລາງວັນບານທອງຄຳ ນີ້ໄປຄອງເປັນສະໃໝທີ 4 ເຊິ່ງຕໍ່ຈາກປີ 2008, 2013, 2014 ແລະ 2016

ຜົນງານໃນຮອບປີທີ່ຜ່ານມາ ໂຣນັລໂດ້ ຍິງໄປ 51 ປະຕູ ຈາກ 54 ເກມລົງຫຼິ້ນໃຫ້ ເຣອັລ ມາດຣິດ ແລະ ທີມຊາດປັອກຕຸຍການ ພາຣາຊັນຊຸດຂາວ ຄ້ວາແຊັ້ມ ຢູຟ່າ ແຊັມປ້ຽນສ໌ ລີກ ສະໃໝທີ 11 ແລະ ພາທີມຊາດປັອກຕຸຍການ ຄ້ວາແຊັ້ມ ຢູໂຣ ທີ່ຝຣັ່ງ.

ການຄ້ວາລາງວັນນີ້ຂອງ ໂຣນັລໂດ ຖືເປັນສະໃໝທີ 4 ເຊິ່ງຍັງຕາມຫຼັງ ສະຖິຕິ ຂອງ ເມສຊີ ທີ່ເໜືອກ່ວາ ພຽງໜຶ່ງສະໃໝເທົ່ານັ້ນ

 

ຂ່າວຈາກ: www.pptvthailand.com
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...