ສາວງາມຈາກ ເປີີຣໂຕຣິໂກ ຄ້ວາມົງກຸດຈາກ ເວທີ Miss World 2016 ໄປຄອງ

ຕັດສິນກັນໄປເປັັນທີ່ຮຽບຮ້ອຍແລ້ວເມື່ອຕອນເຊົ້າທີ່ຜ່ານມາຂອງວັນທີ 19 ທັນວາ 2016 (ມື້ນີ້) ສຳລັບເວທີການປະກວດ Miss World 2016 ຮອບຊິງຊະນະເລີດ ເຊິ່ງຈັດຂຶ້ນທີ່ປະເທດສະຫະລັດ ອາເມລິກາ ໂດຍມີສາວງາມຈາກ 117 ປະເທດເຂົ້າຮ່ວມ ເຊິ່ງຜົນຂອງການປະກວດ ຜູ້ທີ່ສາມາດຄ້ວາມົງກຸດ Miss World 2016 ໄປຄອງໄດ້ແກ່ “ສະເຕຟານີ ເດລ ເຟລເລ” ອາຍຸ 19 ປີ ສາວງາມຈາກປະເທດ ເປີຣໂຕຣິໂກ

ຮອງອັນດັບ 1 ໄດ້ແກ່: ຍາຣິສຊາ ມິກູລິນາ ເຣເຢສ ຣາມິເຣຊ ສາວງາມຈາກ ໂດມິນິກັນ

ຮອງອັນດັງ 2 ໄດ້ແກ້: ນາຕາຊາ ແມນນູເອລາ ສາວງາມຈາກ ອິນໂດເນເຊຍ

Miss Puerto Rico Stephanie Del Valle (C) reacts after winning in the Grand Final of the Miss World 2016 pageant at the MGM National Harbor December 18, 2016 in Oxon Hill, Maryland.   / AFP PHOTO / ZACH GIBSON

ສຳລັບ ສະເຕຟານີ ເດລ ເຟລເລ ເຈົ້າຂອງຕຳແໜ່ງ Miss World 2016 ນາງມີອາຊີບເປັນນາງແບບ ມີຄວາມສູງ 178 ຊັງດີແມັດ, ສາມາດເວົ້າໄດ້ 3 ພາສາຄື:​ອັງກິດ, ສະເປນ ແລະ ຝຣັ່ງ ໃນປັດຈຸບັນນາງຍັງເປັນນັກສຶກສາ ນາງເປັນສາວງາມຈາກ ເປີຣໂຕຣິໂກຄົນທີສອງ ທີ່ສາມາດຄ້ວາມົງກຸດຈາກເວທີການປະກວດ Miss World 2016 ໄປຄອງຢ່າງຈົບງາມ

https://youtu.be/OWY7t-AVx9k