Homeຂ່າວຕ່າງປະເທດເລຂາທິການໃຫຍ່ UN ປະນາມອິດສະລາແອນ ຖະຫຼົ່ມໂຮງຮຽນໃນກາຊາ ປຽບພວກອາຊະຍາກອນ

ເລຂາທິການໃຫຍ່ UN ປະນາມອິດສະລາແອນ ຖະຫຼົ່ມໂຮງຮຽນໃນກາຊາ ປຽບພວກອາຊະຍາກອນ

Published on

557000009103801

 

ທ່ານ ບັນກີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນວັນອາທິດທີ 3 ສິງຫາຜ່ານມາ

ປະນາມການກໍ່ເຫດໂຈມຕີຂອງອິດສະລາແອນ ໃນໂຮງຮຽນພື້ນທີ່ໃນເຂດກາຊາວ່າ ບໍ່ແຕກຕ່າງ

ຈາກພຶດຕິກຳຂອງພວກອາຊະຍາກອນ ພ້ອມຮຽກຮ້ອງໃຫ້ມີການນຳຕົວຜູ້ຢູ່ເບື້ອງຫຼັງການໂຈມ

ຕີດັ່ງກ່າວ ເຊິ່ງລະເມີດກົດໝາຍລະຫວ່າງປະເທດ ແລະ ຫຼັກການສາກົນ ວ່າດ້ວຍມະນຸດສະທຳ

ມາຮັບໂທດ.

 

ຄຳຖະແຫຼງຂອງທ່ານ ບັນກີມູນ ລະບຸວ່າ ການລະດົມຍິງຖະຫຼົ່ມໂຮງຮຽນໃນພື້ນທີ່ເມືອງລາຟາ

ທາງຕອນໃຕ້ຂອງເຂດກາຊາ ທີ່ສົ່ງຜົນເຮັດໃຫ້ມີພົນລະເຮືອນເສຍຊີວິດຢ່າງໜ້ອຍ 10 ຄົນນັ້ນ

ຖືເປັນພຶດຕິກຳທີ່ໂຫດຫ້ຽມໄຮ້ມະນຸດສະທຳ ບໍ່ແຕກຕ່າງຈາກການກະທຳຂອງພວກອາຊະຍາ

ກອນ ແລະ ປະນາມກອງກຳລັງປ້ອງກັນຕົນເອງຂອງອິດສະລາແອນ ທີ່ຍັງຄົງເດີນໜ້າຖະຫຼົ່ມ

ໂຮງຮຽນແຫ່ງນີ້ ທີ່ເປັນບ່ອນພັກພິງຂອງຜູ້ອົບພະຍົບໜີໄພຈາກການສູ້ຮົບຂອງຊາວປາເລດ

ຕິນຈຳນວນ 3,000 ກ່ວາຄົນ ທັງໆທີ່ຝ່າຍອິດສະລາແອນ ໄດ້ຮັບແຈ້ງນັບຄັ້ງບໍ່ຖ້ວນ ເຖິງທີ່ຕັ້ງ

ຂອງໂຮງຮຽນແຫ່ງນີ້.

 

ທ່າທີລ່າສຸດຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ມີຂຶ້ນຫຼັງຈາກທີ່ການສູ້ຮົບລະ

ຫວ່າງອິດສະລາແອນກັບກຸ່ມຮາມັສ ດຳເນີນຕໍ່ເນື່ອງເຂົ້າສູ່ວັນທີ 27 ແລະ ສົ່ງຜົນເຮັດໃຫ້ມີຜູ້

ເສຍຊີວິດທີ່ສ່ວນໃຫຍ່ເປັນພົນລະເຮືອນຊາວປາເລດຕິນ ໃນພື້ນທີ່ເຂດກາຊາ ສັງເວີຍໃຫ້ແກ່

ສົງຄາມໄປແລ້ວຢ່າງໜ້ອຍ 1,772 ຄົນ.

 

ທັງນີ້ ໂຮງຮຽນແຫ່ງດັ່ງກ່າວ ເຊິ່ງຖືກອິດສະລາແອນໂຈມຕີທາງອາກາດ ຈົນມີຜູ້ເສຍຊີວິດຢ່າງ

ໜ້ອຍ 10 ຄົນ ແລະ ໄດ້ຮັບບາດເຈັບອີກກ່ວາ 30 ຄົນ ໃນວັນອາທິດທີ 3 ສິງຫາ ຜ່ານມານັ້ນ

ຖືກລະບຸວ່າ ເປັນສະຖານສຶກສາທີ່ມີອົງການສະຫະປະຊາຊາດ ເປັນຜູ້ດຳເນີນການ ແລະ ມີທີ່ຕັ້ງ

ຢູ່ທາງຕອນໃຕ້ຂອງເຂດກາຊາ.

 

 

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...