spot_img
Homeເກັບຕົກ-ເລື່ອງແປກ10 ເລື່ອງລຶກລັບຂອງທຳມະຊາດທີ່ສະແດງໃຫ້ເຫັນວ່າໂລກເຮົາຍັງມີເລື່ອງລາວເຫຼືອເຊື່ອອີກຫຼາກຫຼາຍ

10 ເລື່ອງລຶກລັບຂອງທຳມະຊາດທີ່ສະແດງໃຫ້ເຫັນວ່າໂລກເຮົາຍັງມີເລື່ອງລາວເຫຼືອເຊື່ອອີກຫຼາກຫຼາຍ

Published on

ເທິງໂລກໜ່ວຍນີ້ມີເລື່ອງລາວປະຫຼາດຫຼາຍຢ່າງທີ່ເຮັດໃຫ້ມະນຸດເຮົາຕື່ນຕາຕື່ນໃຈຕະຫຼອດເວລາ ແລະ ໃນບົດຄວາມນີ້ ແອັດມິນ ຈະພາແຟນເພສໄປຮູ້ຈັກກັບ 10 ເຫດການ ຫຼື ປະກົດການປະຫຼາດ ທີ່ສະແດງໃຫ້ເຫັນວ່າ ໂລກເຮົາຍັງມີເລື່ອງເຫຼືອເຊື່ອອັດສະຈັນອີກຫຼວງຫຼາຍ ເຊິ່ງມີປະກົດການໃດແນ່ນັ້ນ ເຮົາມາອ່ານນຳກັນເລີຍ

St. Elmo’s Fire

n1-1

 

ປະກົດການເປວໄຟແຫ່ງເຊນຕ໌ເອລໂມ ຫຼື ອີກຊື່ໜຶ່ງວ່າ “ຜີທະເລ” ເປັນປະກົດການທີ່ໄຟຟ້າສະຖິດໃນອາກາດໄຫລລົງສູ່ທີ່ຕ່ຳໂດຍຜ່ານວັດຖຸຕ່າງໆ ເຊິ່ງມັກເກີດຂຶ້ນໃນມື້ທີ່ມີພາຍຸຝົນຟ້ານັ້ນເອງ.

Snow pipes

n2

Mount Erebus ເປັນພູເຂົາໄຟທີ່ໃຫຍ່ທີ່ສຸດ ແລະ ມີພະລັງຢູ່ໃນ ແອນຕາກຕິກ ເຊິ່ງທີ່ແຫ່ງນີ້ເຕັມໄປດ້ວຍ “ໄປປ໌ຫິມະ” ເຊິ່ງເກີດຈາກໄອນ້ຳແຂງທີ່ສົ່ງອາຍຜ່ານຮອຍແຍກນັ້ນເອງ

Light pillars

n3

ປະກົດການແສງເສົາ ເກີດຈາກການສະທ້ອນແສງຂອງແຜ່ນນ້ຳແຂງນ້ອຍໆໃນອາກາດ ທີ່ສະທ້ອນລຳແສງຈາກແຫລ່ງກຳເນີດໄດ້ແກ່ ແສງອາທິດ ແສງເດືອນ ຫຼື ແສງໄຟໃນເມືອງ ເຂົ້າສູ່ດວງຕາຂອງເຮົາ.

Snow spaghetti

n4

ຊາຍໜຸ່ມຄົນໜຶ່ງຈາກ Hämeenlinna ປະເທດ ຟິນແລນ ໄດ້ພົບວ່າທີ່ທະເລສາບໃກ້ບ້ານ ຫິມະເທິງທະເລສາບໄດ້ມີຮູບຮ່າງຄ້າຍເສັ້ນສະປາເກັດຕີ້ ເຊິ່ງປະກົດການນີ້ຄາດວ່າ ເກີດຂຶ້ນຈາກກະແສນ້ຳ ແລະ ກະແສລົມທີ່ເຮັດໃຫ້ຫິມະທີ່ກຳລັງລະລາຍ ການເປັນຮູບຮ່າງຄ້າຍເສັ້ນສະປາເກັດຕີ

A dancing forest

n5

ທີ່ປ່າປະເທດ ຣັດເຊຍ ໄດ້ເກີດປະກົດການທີ່ຕົ້ນໄມ້ມີຮູບຮ່າງປິດງໍແປກປະຫຼາດໝົດທັງປ່າ ເຊິ່ງນັກວິທະຍາສາດກໍ່ບໍ່ສາມາດສະຫຼຸບເຫດຂອງປະກົດການນີ້ໄດ້

Sprites

n6

ມີຄົນຄິດວ່າແສງສີແດງ ຫຼື ສີຟ້າທີ່ປະກົດເທິງຟ້າສູງນີ້ເກີດຂຶ້ນມາຈາກການມາຂອງຍານອາວະກາດຂອງມະນຸດຕ່າງດາວ ຫຼັງຈາກທີ່ປະກົດການນີ້ຈັບພາບໄດ້ໃນປີ 1989 ມັນຖືກຢືນຢັນວ່າ ປະກົດການນີ້ຄື “ຍາດຫ່າງໆ” ຂອງການເກີດຟ້າຜ່ານັ້ນເອງ

Red tide

n7

ປະກົດການທະເລສີເລືອດ (red tide) ຄືມີອີກຊື່ປະກົດການສາຫລ່າຍສະພຣັ່ງ (algal bloom) ຫຼື ການຮ່ວມຕົວຂະໜາດໃຫຍ່ຂອງຈຸລິນຊີໃນທະເລ ເກີດຂຶ້ນຈາກໄດໂນແຟລກເຈລເລດບໍ່ເທົ່າໃດຊະນິດ ສົ່ງຜົນໃຫ້ເກີດສີເທິງຜິວ

Brocken spectre

n8

ເວລາທີ່ຢືນຢູ່ເທິງພູເຂົາສູງ ໂດຍຫັນຫຼັງໃຫ້ດວງຕະເວັນ ແລະ ເບື້ອງໜ້າເປັນໝອກ ທ່ານຈະເບິ່ງເຫັນປະກົດການເງົາປີສາດແຫ່ງ ບຣັອດເຄິນ (Brocken spectre) ເຊິ່ງຄວາມຈິງນັ້ນຄືເງົາຂອງຕົວທ່ານເອງ

Naga fireballs

n9

ປະກົດການບັ້ງໄຟພະຍານາກ ເປັນປະກົດການທີ່ກ່າວກັນວ່າເຫັນທີ່ແມ່ນ້ຳຂອງ ຂອງປະເທດລາວເຮົານີ້ເອງ ລັກສະນະເປັນໜ່ວຍມົນໆເຮືອງແສງລອຍຂຶ້ນຈາກນ້ຳຂອງໄປສູ່ອາກາດ ເຊິ່ງຈຳນວນດວງໄຟທີ່ລອຍຂຶ້ນຈະມີເປັນສິບໆດວງໃນຄ່ຳຄືນຂອງວັນອອກພັນສາຂອງທຸກປີ

Finger of Death

n10

 

“Brinicle” ຫຼື ນິ້ວແຫ່ງຄວາມຕາຍ ເປັນປະກົດການທຳມະຊາດທີ່ເກີດຈາກການຈົມລົງຂອງນ້ຳເທິງນ້ຳແຂງທີ່ມີຄວາມເຂັ້ມຂຸ້ນຂອງເກືອ ແລະ ຄວາມເຢັນທີ່ສູງກວ່າ ໄຫລຜ່ານນ້ຳທະເລທີ່ຢູ່ລຸ່ມຜ່ນນ້ຳແຂງ ຈິ່ງເຮັດໃຫ້ລະຫວ່າງທີ່ນ້ຳຈາກແຂງງອກລົງໄປດ້ານລຸ່ມ ແຊ່ແຂງສິ່ງທີ່ມີຊີວິດທີ່ຢູ່ໃນເສັ້ນທາງ

ຂໍ້ມູນຈາກ: Brightside ແລະ http://www.wegointer.com/2016/12/mysteries-of-nature-prove-that-earth-isnt-done-surprising-us/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...