spot_img
Homeຂ່າວຕ່າງປະເທດຫວຽດນາມຍຶດປືນສັ້ນ ເກືອບ 100 ກະບອກ ຫລັງບໍ່ພົບຜູ້ສົ່ງ ແລະ ຜູ້ຮັບຊັດເຈນ

ຫວຽດນາມຍຶດປືນສັ້ນ ເກືອບ 100 ກະບອກ ຫລັງບໍ່ພົບຜູ້ສົ່ງ ແລະ ຜູ້ຮັບຊັດເຈນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວາຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດຫວຽດນາມ ໄດ້ຍຶດປືນສັ້ນ (CZ) P-07 ຈຳນວນ 97 ກະບອກ ພ້ອມດ້ວຍອຸປະກອນຄົບຊຸດ ທີ່ຖືກເຈົ້າໜ້າທີ່ພາສີກວດພົບ ທີ່ສະໜາມບິນເຕິ່ນເຊິນເຍິ໊ດ ນະຄອນໂຮ່ຈິມິນ ແລະ ຍຶດເອົາໄວ້ ເມື່ອເດືອນກໍລະກົດປີ 2015 ໂດຍທີ່ບໍ່ມີຜູ້ໃດຕິດຕໍ່ມາຂໍຮັບເອົາ ຊຶ່ງອາວຸດປືນເຫລົ່ານີ້ ຜະລິດຂຶ້ນທີ່ປະເທດສາທາລະນະລັດເຊັກ ແລະ ມີຕົ້ນທາງສົ່ງມາຈາກປະເທດຕວກກີ ໂດຍທີ່ບໍ່ຮູ້ຈັກຜູ້ສົ່ງ ແລະ ບໍ່ຮູ້ຈັກປາຍທາງຜູ້ຮັບທີ່ຊັດເຈນ.

ພາຍຫລັງການກວດພົບເມື່ອປີກາຍນີ້, ຈາກນັ້ນບໍ່ດົນ ສຳນັກງານຕຳຫລວດແຫ່ງຊາດສິງກະໂປ ໄດ້ອອກມາຖະແຫລງວ່າ ອາວຸດປືນທັງໝົດມີປາຍທາງສົ່ງໄປສິງກະໂປ ແຕ່ລະບຸປາຍທາງສົ່ງຜິດພາດ, ແນວໃດກໍຕາມ ຕາມກົດໝາຍຫວຽດນາມ ທັງໝົດເປັນອາວຸດສົງຄາມ ຊຶ່ງເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ ຈຶ່ງໄດ້ຍຶດອາວຸດປືນ ແລະ ອຸປະກອນທັງໝົດ ໃຫ້ເປັນຊັບສິນຂອງລັດ ແລະ ຈະດຳເນີນການຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

559000012706303

559000012706305

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...